ສປ ຈີນ ຊ່ວຍເຫຼືອວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ລາວຮອດປັດຈຸບັນ ຫຼາຍກວ່າ 1,4 ລ້ານໂດສ

ສປ ຈີນ ຊ່ວຍເຫຼືອວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ລາວຮອດປັດຈຸບັນ ຫຼາຍກວ່າ 1,4 ລ້ານໂດສ

ນັບແຕ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນປີ 2020, ລັດຖະບານ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອຢາວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວແລ້ວ 4 ຄັ້ງ ລວມຈໍານວນວັກຊີນທີ່ຊ່ວຍເຫຼືອທັງໝົດ 1,403.000 ໂດສ ຊຶ່ງຄັ້ງທີ 4 ກໍ່ຄືຄັ້ງຫຼ້າສຸດນີ້ ສປ ຈີນໄດ້ຊ່ວຍເຫຼືອວັກຊີນດັ່ງກ່າວມີຈໍານວນ 300.000 ໂດສ ແລະ ເຂັມສັກຢາຈໍານວນ 300.800 ອັນ.

ພິທີມອບ-ຮັບ ຢາວັກຊິນປ້ອງກັນພະຍາດໂຄວິດ-19 ຄັ້ງນີ້ ໄດ້ຈັດຂຶ້ນເມື່ອວັນທີ 27 ເມສາ 2021 ທີ່ຜ່ານມາຢູ່ກະຊວງສາທາລະນະສຸກ, ຕາງໜ້າລັດຖະບານຈີນກ່າວມອບໂດຍທ່ານ ຈ່ຽງ ຈ່າຍຕົ່ງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳລາວ ແລະ ຕາງໜ້າໃຫ້ລັດຖະບານລາວກ່າວຮັບໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ຄັ້ງທີ 1 ທີ່ລັດຖະບານ ສປ ຈີນໄດ້ຊ່ວຍເຫຼືອຢາວັກຊີນຕ້ານໂຄວິດ-19 ໃຫ້ແກ່ລາວເມື່ອທ້າຍປີ 2020 ທີ່ຜ່ານມາ ຈໍານວນ 3.000 ໂດສ, ຄັ້ງທີສອງ 300.000 ໂດສ, ຄັ້ງທີສາມ 800.000ໂດສ ແລະ ຄັ້ງທີ 4  ຈໍານວນ 300.000 ໂດສ.

Related Articles

Leave a Reply