ສວນອາຫານວັງລາວດາວຄໍາຈະເປີດບໍລິການຢ່າງເປັນທາງການໃນວັກສຸກນີ້

ສວນອາຫານວັງລາວດາວຄໍາຈະເປີດບໍລິການຢ່າງເປັນທາງການໃນວັກສຸກນີ້

ສວນອາຫານວັງລາວດາວຄໍາ ທີ່ຕັ້ງຢູ່ບ້ານເມືອງນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈະເປີດບໍລິການຢ່າງເປັນທາງການໃນວັນສຸກວັນທີ 18 ກັນຍາ 2020 ທີ່ຈະມາເຖິງນີ້ ເພື່ອເປັນການສົ່ງເສີມ ລາວທ່ຽວລາວ ຫຼັງຈາກທີ່ເລີ່ມລົງມືກໍ່ສ້າງນັບແຕ່ປີ 2017 ເປັນຕົ້ນມາ ໃນເນື້ອທີ່ 6 ເຮັກຕາ.

ສວນອາຫານແຫ່ງນີ້ໄດ້ອອກແບບ ແລະ ຕົບແຕ່ງເນັ້ນເອກກະລັກແບບລາວໆ ໂດຍມີຕູບທີ່ເປັນເອກກະລັກທີ່ສ່ອງແສງເຖິງວັດທະນະທໍາລາວ ທີ່ມີເຖິງ 70 ຕູບທີ່ຕັ້ງລຽງລາຍຕາມແຄມໜອງ ແລະ ນອກນັ້ນອາຫານກໍ່ເນັ້ນອາຫານລາວເປັນຫຼັກ, ມີຂົວໄຕ່ຂ້າມໜອງ ແລະ ເດີ່ນຈອດລົດທີ່ກວ້າງຂວາງ.

ປະທານກຸ່ມ ໂຮງແຮມພັດຕະຄານດາວຄໍາ ທ່ານຂັນທອງ ສີຊະນະດີ ໄດ້ກ່າວຕໍ່ສື່ມວນຊົນລາວເມື່ອບໍ່ດົນມານີ້ວ່າ: ສວນອາຫານວັງລາວດາວຄໍາ ແມ່ນການລົງທຶນຂອງກຸ່ມໂຮງແຮມພັດຕະຄານດາວຄໍາ, ຈຸດປະສົງໃນການສ້າງນີ້ກໍ່ເພື່ອດຶງດູດນັກທ່ອງທ່ຽວລາວ ແລະ ຕ່າງປະເທດ ຊຶ່ງພາຍໃນສວນເນັ້ນຄວາມສວຍງາມຂອງທິວທັດທໍາມະຊາດເປັນຫຼັກ ມີມູມທີ່ສວຍງາມເພື່ອຖ່າຍຮູບ, ມີການສະແດງສິລະປະດົນຕີພື້ນເມືອງຂອງຊົນເຜົ່າຕ່າງໃນແຕ່ລະແຂວງໆ ມີການເສບດົນຕີພື້ນເມືອງໃນແຕ່ລະມື້ ແລະ ອາຫານລາວ, ທີ່ພັກ ແລະ ເຄື່ອງດື່ມໄວ້ຄອຍບໍລິການ.

ເວທີການສະແດງສິລະປະຕັ້ງຢູ່ກາງສວນ, ມີນັກພາກເປັນພາສາຕ່າງປະເທດກ່ຽວກັບການສະແດງຂອງແຕ່ລະຊົນເຜົ່າເພາະຢາກໃຫ້ນັກທ່ອງທ່ຽວຕ່າງປະເທດຮູ້ວ່າການສະແດງສລະປະຂອງແຕ່ລະຊົນເຜົ່າແມ່ນໄດ້ສ່ອງແສງເຖິງຫຍັງ ແລະ ອື່ນໆ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply