ແຂວງໄຊສົມບູນເປັນເຂດເລືອກຕັ້ງທີ 18 ມີຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ 9 ປະກອບມີ 6 ເຜົ່າ ຄື: ເຜົ່າລາວ, ເຜົ່າອິວມຽນ, ເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າຜູ້ໄທ ແລະ ເຜົ່າ ອາຄາ ໂດຍມີຜູ້ຮັບສະໝັກເລືອກຕັ້ງ ສສຊ ຈຳນວນ 9 ທ່ານ (ຍິງ 1 ທ່ານ), ເລືອກເອົາ 5 ທ່ານ, ມີຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຂວງ (ສສຂ) ຊຸດ ທີ 2 ຈຳນວນ 31 ທ່ານ (ຍິງ 8 ທ່ານ), ເລືອກເອົາ 25 ທ່ານ ໂດຍມີໜ່ວຍປ່ອນບັດເລືອກຕັ້ງທັງ ໝົດ 110 ໜ່ວຍ ແລະ ມີຜູ້ມີສິດປ່ອນບັດເລືອກຕັ້ງ 60.536 ຄົນ (ຍິງ 27.196 ຄົນ).
ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ສືບຕໍ່ລົງຊຸກຍູ້ ແລະ ຊີ້ນຳການກະກຽມປ່ອນບັດ ເລືອກຕັ້ງ ສສຊ ແລະ ສສຂ ຢູ່ແຂວງໄຊສົມບູນ ເມື່ອບໍ່ດົນມານີ້ ໂດຍທ່ານໄດ້ເນັ້ນໜັກໃຫ້ຄະນະປະຈຳ ພັກແຂວງ, ຄະນະກຳມະການ ເລືອກຕັ້ງຂັ້ນແຂວງ, ເມືອງ ແລະ ອານຸກຳມະການແຕ່ລະຂັ້ນຈົ່ງ ພ້ອມກັນສືບຕໍ່ຊຸກຍູ້ ແລະ ປຸກລະ ດົມຂະບວນການດ້ານຕ່າງໆ ດ້ວຍຫຼາຍຮູບການ, ຫຼາຍວິທີ ໂດຍ ສະເພາະແມ່ນດ້ານການເມືອງ ແນວຄິດ, ໂດຍສະເພາະແມ່ນຄະ ນະພັກ-ຄະນະບັນຊາ ແລະ ພະ ນັກງານຫຼັກແຫຼ່ງທັງສອງກໍາລັງ ປກຊ-ປກສ ແຂວງ ຈົ່ງພ້ອມກັນປະຕິບັດໜ້າທີ່ຂອງຕົນໃນການ ເປັນກໍາລັງຫຼັກແຫຼ່ງຮັກສາ ຄວາມສະຫງົບ, ຮັບປະກັນໃຫ້ ການປ່ອນບັດເລືອກຕັ້ງໃນຄັ້ງ ນີ້ບັນລຸຜົນສຳເລັດຕາມລະດັບ ຄາດໝາຍ, ຮັບປະກັນໃຫ້ຜູ້ໃຊ້ສິດ ເລືອກຕັ້ງໄປປ່ອນບັດເລືອກຕັ້ງ ໄດ້ຢ່າງຄົບຖ້ວນ ຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງໄດ້ປະຕິບັດສິດ ໃນການລົງຄະແນນສຽງຂອງຕົນ ຢ່າງຖືກຕ້ອງຕາມລະບຽບກົດ ໝາຍ, ຮັບປະກັນຄວາມເປັນລະ ບຽບຮຽບຮ້ອຍ ແລະ ມີຄວາມ ປອດໄພ 100%.
ຂ່າວ-ພາບ: ເພັດ ສົມນໍວັນ

