ສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດລາວ ແລະ ບໍລິສັດຊີໂນທຣານ-ພີແອວຈີ ລາວ ໂລຈິສຕິກ ຈຳກັດ ໄດ້ເຊັນສັນຍາຮ່ວມມືກັນ ເພື່ອສືບຕໍ່ ແລະ ຂະຫຍາຍການຮ່ວມມືດ້ານການສຶກສາ, ພາສາ ແລະ ວັດທະນະທໍາ

ສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດລາວ ແລະ ບໍລິສັດຊີໂນທຣານ-ພີແອວຈີ ລາວ ໂລຈິສຕິກ ຈຳກັດ ໄດ້ເຊັນສັນຍາຮ່ວມມືກັນ ເພື່ອສືບຕໍ່ ແລະ ຂະຫຍາຍການຮ່ວມມືດ້ານການສຶກສາ, ພາສາ ແລະ ວັດທະນະທໍາ

ພິທີເຊັນສັນຍາ ຈັດຂື້ນ ໃນວັນທີ 21 ເມສາ ທີ່ ສະຖາບັນຂົງຈື, ການເຊັນສັນຍາຈະເປັນການສ້າງໂອກາດໃໝ່ໆ ໃຫ້ແກ່ນັກສຶກສາ, ຄູ-ອາຈານ ແລະ ສັງຄົມ. ໂດຍສະເພາະ ສ້າງບຸກຄະລາກອນໃນຂົງເຂດພາສາຈີນ, ການຂົນສົ່ງ ຫຼື ໂລຈິສຕິກ.

ນອກຈາກການເຊັນສັນຍາແລ້ວ, ບໍລິສັດຍັງໄດ້ມອບທຶນການສຶກສາໃຫ້ແກ່ນ້ອງນັກສຶກສາຜູ້ທຸກຍາກ ແລະ ດ້ອຍໂອກາດ, ເພື່ອຊ່ວຍບັນເທົາພາລະຄ່າໃຊ້ຈ່າຍໃນການຮຽນ ແລະ ເປັນການໃຫ້ກໍາລັງໃຈພວກເຂົາຕັ້ງໃຈຮໍ່າຮຽນ.

ທ່ານ ຄໍາຮຸ່ງ ຈັນທະວົງ, ຫົວໜ້າສະຖາບັນຂົງຈື

ໄດ້ກ່າວໃນພິທີເຊັນສັນຍາວ່າ: ປັດຈຸບັນການຂົນສົ່ງແມ່ນສິ່ງສຳຄັນຂອງການພັດທະນາເສດຖະກິດ. ການມີຄວາມຮູ້ພາສາຈີນ ໃນຂົງເຂດວຽກງານການຂົນສົ່ງຖືວ່າເປັນວຽກງານທີ່ຈໍາເປັນ ແລະ ຮີບດ່ວນທີ່ພວກເຮົາຈະຕ້ອງ ໄດ້ຮ່ວມມືກັນສ້າງບຸກຄະລາກອນໃນຂົງເຂດດັ່ງກ່າວໃຫ້ມີການພັດທະນາ. 

ການຮ່ວມມືລະຫວ່າງສອງຝ່າຍຖືວ່າເປັນສ່ວນນ້ອຍໜຶ່ງໃນການປະກອບສ່ວນເຂົ້າໃນປີການສ້າງຕັ້ງສາຍສໍາພັນການທູດ ລາວ-ຈີນ ຄົບຮອບ 65 ປີ. 

Related Articles

Leave a Reply