ສາທາລະນະສຸກ ແຂວງວຽງຈັນຈະສ້າງສູນໜ່ວຍງານກູ້ໄພສຸກເສີນຢູ່ຕີນພູເກົ້າຫຼັກ

ສາທາລະນະສຸກ ແຂວງວຽງຈັນຈະສ້າງສູນໜ່ວຍງານກູ້ໄພສຸກເສີນຢູ່ຕີນພູເກົ້າຫຼັກ

ທ່ານ ດຣ ອິນປອນ ມະນີແສງ ຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ ໄດ້ກ່າວເມື່ອບໍ່ດົນມານີ້ໃຫ້ວ່າ:  ພະແນກສາທາລະນະສຸກ ແຂວງວຽງຈັນ ມີແຜນຈະສ້າງສູນໜ່ວຍງານກູ້ໄພສຸກເສີນຢູ່ຕີນພູຂອງ ເສັ້ນທາງພູເກົ້າຫຼັກເມືອງກາສີ ຫາ ເມືອງນານ ເພາະເສັ້ນທາງດັ່ງກ່າວນີ້ມີອຸບັດເຫດເກີດຂຶ້ນຢ່າງຕໍ່ເນື່ອງ ແຕ່ການຊ່ວຍເຫຼືອສຸກເສີນຂອງໜ່ວຍງານກ່ຽວຂ້ອງມີຄວາມຫຍຸ້ງຍາກ, ຊັກຊ້າ ແລະ ບໍ່ທັນໄດ້ດີເທົ່າທີ່ຄວນ. ສູນໜ່ວຍກູ້ໄພສຸກເສີນນີ້ ຈະມີອຸປະກອນກູ້ໄພ, ລົດກູ້ໄພ, ແພດໝໍ ແລະ ອາສາສະໝັກຈາກອົງການກາແດງແຂວງວຽງຈັນໄປປະຈຳຢູ່ຕະຫຼອດ 24 ຊົ່ວໂມງ. ນອກຈາກນີ້ ຈະຕັ້ງຕູ້ເລືອດຢູ່ໂຮງໝໍເມືອງກາສີ ເພື່ອນຳໃຊ້ໃນກໍລະນີສຸກເສີນທີ່ເກີດຂຶ້ນ. ປັດຈຸບັນ ທາງພະແນກກໍາລັງຊອກຫາເນື້ອທີ່ດິນທີ່ເໝາະສົມເພື່ອສ້າງສູນດັ່ງກ່າວ.

ຂໍ້ມູນ-ພາບ: ບຸນຕຽງ ຈັນທະວົງ

Related Articles

Leave a Reply