ໃນ 1 ປີຜ່ານມາ, ອົງການກາແດງແຫ່ງຊາດມິບົດບາດສໍາຄັນໃນການຊ່ວຍເຫຼືອບັນເທົາທຸກ ຜູ້ປະສົບໄພນໍ້າຖ້ວມ ຈາກພາຍຸວິພາ ຢູ່ 6 ແຂວງ ຈາກການຊ່ວຍເຫຼືອເງິນ, ເຄື່ອງອຸປະໂພກບໍລິໂພກ, ເລືອດ ແລະ ອື່ນໆ.
ທ່ານ ຄໍາລາວັນ ຈັນທະລາວັນ ກຳມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ໄດ້ລາຍງານໂດຍຫຍໍ້ກ່ຽວກັບຜົນງານຂອງອົງການກາແດງແຫ່ງຊາດໃນປີ 2025 ທີ່ຜ່ານມາ ຢູ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກາແດງທົ່ວປະເທດ ປະຈໍາ ປີ 2025 ແລະ ທິດທາງແຜນການປີ 2026 ທີ່ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ທີ່ ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC)ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ວ່າ: ຕະຫຼອດໄລຍະ 1 ປີຜ່ານມາ, ອົງການກາແດງແຫ່ງຊາດໄດ້ຈັດຕັ້ງປະຕິບັດວຽກງານວິຊາສະເພາະມີຜົນສຳເລັດຄື: ວຽກງານຊ່ວຍເຫຼືອບັນເທົາທຸກ ໄພນໍ້າຖ້ວມ ຈາກພາຍຸວິພາດ້ວຍການແຈກຢາຍເງິນສົດ ຢູ່ 6 ແຂວງ (ວຽງຈັນ, ໄຊຍະບູລີ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ບໍລິຄໍາໄຊ) 14 ເມືອງ, 119 ບ້ານ, 3,414 ຄອບຄົວ, 19,561 ຄົນ ຍິງ 9,640 ຄົນ, ລວມມູນຄ່າ 7,156,600,000 ກີບ, ໄດ້ຮ່ວມກັບອົງການອາຫານໂລກລົງແຈກຢາຍເງິນສົດໃຫ້ປະຊາຊົນທີ່ທຸກຍາກ ແລະ ໄດ້ຮັບຜົນກະທົບຈາກພາຍຸວິພາຈຳນວນ 2 ແຂວງ (ຫົວພັນ ແລະ ຊຽງຂວາງ), 9 ເມືອງ, 48 ບ້ານ, 3,424 ຄອບຄົວ, ຈຳນວນ 19,587 ຄົນ, ມູນຄ່າ 509,247,000 ກີບ,ໃຫ້ການຊ່ວຍເຫຼືອໄພນໍ້າຖ້ວມດ້ວຍຊຸດເຄື່ອງຊ່ວຍເຫຼືອບັນເທົາທຸກ (ເຄື່ອງອຸປະໂພກ-ບໍລິໂພກ) 2 ແຂວງ (ສະຫວັນນະເຂດ ແລະ ສາລະວັນ), 6 ເມືອງ 47 ບ້ານ, 800 ຄອບຄົວ, 4,105 ຄົນ, ມູນຄ່າ 460,000,000 ກີບ, ຊ່ວຍເຫຼືອເຕົາໄຟປະຢັດຈຳນວນ 55,081 ເຕົາ ແລະ ເຄື່ອງກັ່ນຕອງນໍ້າຈໍານວນ 21,920 ໜ່ວຍ, ໃຫ້ 5 ແຂວງ: ຄຳມ່ວນ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື, ຈຳນວນ 21 ເມືອງ, 567 ບ້ານ, 77,001 ຄອບຄົວ. ນອກຈາກນັ້ນບັນດາອົງການກາແດງ 17 ແຂວງ ແລະ 1 ນະຄອນຫຼວງ ໄດ້ໃຫ້ການຊ່ວຍເຫຼືອບັນເທົາທຸກ ລວມ: 117 ເມືອງ, 159 ບ້ານ, 26 ໂຮງຮຽນ, 1,850 ຄອບຄົວ, 9,624 ຄົນ, ລວມມູນຄ່າ: 1,500,340,630 ກີບ. ລວມທັງໝົດມູນຄ່າ 9,626,187,630 ກີບ ວຽກງານປຸກລະດົມຂົນຂວາຍບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດໄພ, ປີ 2025, ແຜນການທົ່ວປະເທດຕ້ອງບັນລຸການຮັບບໍລິຈາກເລືອດໃຫ້ໄດ້ 80,400 ຖົງ, ຜ່ານການຈັດຕັ້ງປະຕິບັດ ໄດ້ອອກຮັບບໍລິຈາກເລືອດ 1,867 ຄັ້ງ, ຢູ່ສູນກາງ 515 ຄັ້ງ, ໄດ້ຮັບເລືອດ 36,853 ຖົງ, ຄາດໝາຍ 34,000 ຖົງ(ລື່ນແຜນການ, ຄິດເປັນເປີເຊັນໄດ້ 108.3% ຂອງແຜນການ), ທ້ອງຖິ່ນອອກຮັບບໍລິຈາກເລືອດທັງໝົດ 1,352 ຄັ້ງ, ໄດ້ຮັບເລືອດ 35,599 ຖົງ, ຄາດໝາຍ 46,400 ຖົງ (ຫຼຸດແຜນການ, ຄິດເປັນເປີເຊັນໄດ້ 76,7% ຂອງແຜນການ), ທົ່ວປະເທດໄດ້ຮັບເລືອດທັງໝົດ 72,452 ຖົງ, ຫຼຸດແຜນການ 7,948 ຖົງ (ຄິດເປັນເປີເຊັນໄດ້ 90,1% ຂອງແຜນການທົ່ວປະເທດ) ທຽບໃສ່ປີ 2024 ແມ່ນລື່ນ 1,162 ຖົງ (ປີ 2024 ປະຕິບັດໄດ້ 71,290 ຖົງ).
ໃນຈໍານວນຜູ້ບໍລິຈາກເລືອດທັງໝົດ 72,452 ຖົງ, ມີການບໍລິຈາກເລືອດແບບສະໝັກໃຈບໍ່ຮຽກ ຮ້ອງສິ່ງຕອບແທນ 45% (33,603 ຖົງ) ແລະ ບໍລິຈາກແບບພີ່ນ້ອງ 55% (38,849 ຖົງ), ສະຖາບັນເລືອດແຫ່ງຊາດ, ສູນເລືອດແຂວງທີ່ສາມາດບັນລຸຄາດໝາຍຄື: ສະຖາບັນເລືອດແຫ່ງຊາດ, ສູນເລືອດແຂວງຫຼວງພະບາງ ແລະ ສູນເລືອດແຂວງໄຊຍະບູລີ.
ຢ່າງມີປະສິດທິພາບ, ປະສິດທິຜົນ.
ແຫຼ່ງຂໍ້ມູນຂ່າວ: ປະຊາຊົນ


