ອົງການຢູນິເຊັບ ຊ່ວຍເຫຼືອເຄື່ອງອຸປະກອນການແພດໃຫ້ແກ່ລາວ

ອົງການຢູນິເຊັບ ຊ່ວຍເຫຼືອເຄື່ອງອຸປະກອນການແພດໃຫ້ແກ່ລາວ

ອົງການຢູນິເຊັບ ປະຈໍາ ສປປ ລາວ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ກະຊວງສາທາລະນະສຸກ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລັດຖະບານແຫ່ງ ສປປ ລາວ ໃນການຮັບມືກັບພະຍາດລະບາດ, ໂດຍສະເພາະ ເພື່ອຮັບມື ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19.

ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ: ຜ້າອັດປາກ, ໜ້າກາກແຜ່ນໃສ, ຖົງມື ແລະ ອື່ນໆ, ພ້ອມນີ້ ກໍຍັງມີອຸປະກອນການປິ່ນ ປົວ ດ້ວຍອົກຊີເຈນ ເຊັ່ນ: ເຄື່ອງຊ່ວຍຫາຍ ໃຈ, ເຄື່ອງວັດແທກລະດັບອົກຊີເຈນ ໃນເລືອດ ແລະ ອື່ນໆ, ມູນຄ່າກວ່າ 1,1 ລ້ານ ໂດລາ ສະຫະລັດ.

ພິທີມອບເຄື່ອງດັ່ງກ່າວ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າ່ງ ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ, ທ່ານ ນາງ Pia Rebello Britto ແລະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ພູທອນ ເມືອງປາກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມນຳ, ຊຶ່ງອຸປະກອນການແພດຄັ້ງນີ້ ແມ່ນຈັດຊື້ດ້ວຍທຶນການຊ່ວຍເຫຼືອ ຈາກສະຫະພາບເອີຣົບ, ລັດຖະບານໄອແລນ ແລະ ລັດຖະບານຍີ່ປຸ່ນ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply