ອົງການອາຫານໂລກ ມອບສາງເຄື່ອນທີ່ໃຫ້ 4 ແຂວງຂອງລາວເພື່ອບັນຈຸອາຫານ ແລະ ເຄື່ອງບັນເທົາທຸກກໍລະນີເກີດໄພພິບັດ

ອົງການອາຫານໂລກ ມອບສາງເຄື່ອນທີ່ໃຫ້ 4 ແຂວງຂອງລາວເພື່ອບັນຈຸອາຫານ ແລະ ເຄື່ອງບັນເທົາທຸກກໍລະນີເກີດໄພພິບັດ

 ອົງການອາຫານໂລກປະຈໍາ ສປປ ລາວ ໄດ້ມອບ ສາງເຄື່ອນທີ່ຈຳນວນ 4 ຊຸດ ຊຶ່ງມີມູນຄ່າ 59.600 ໂດລາສະຫະລັດ ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໃຊ້ເຂົ້າໃນການບັນຈຸສະບຽງອາຫານ ແລະ ເຄື່ອງບັນເທົາທຸກ ເພື່ອໄປແຈກຍາຍໃຫ້ 4 ແຂວງລວມມີ: ແຂວງໄຊຍະບູລີ, ບໍ່ແກ້ວ, ຫຼວງນໍ້າທາ ແລະ ສະຫວັນນະເຂດ ໃນເວລາທີ່ເກີດໄພພິບັດ ຫລື ເກີດສະຖານນະການສຸກເສີນ.
ສາງເຄື່ອນດັ່ງກ່າວສາມາດຕິດຕັ້ງໄດ້ຢ່າງວ່ອງໄວ, ເຊິ່ງແຕ່ລະສາງ ເຄື່ອນທີ່ສາມາດບັນຈຸເຄື່ອງ ແລະ ອຸປະກອນບັນເທົາທຸກໄດ້ເຖິງ 500 ໂຕນ ນອກນັ້ນສາງດັ່ງກ່າວຍັງສາມາດສ້າງເປັນສູນຂົນສົ່ງທີ່ພ້ອມໃຊ້ງານໄດ້ ໃນກໍລະນີທີ່ມີຄວາມຈຳເປັນຕ້ອງໃຊ້ ເປັນສູນປະຕິບັດງານພາກສະໜາມໃນກໍລະນີຈຳເປັນ.
ພິທີມອບຮັບສາງເຄື່ອນທີ່ດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 14 ກັນຍານີ້ ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມອບໂດຍຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ ທ່ານ ຢານ ເດວບາເລີ ແລະ ຫົວໜ້າກົມສັງຄົມສົງເຄາະ, ທັງເປັນຫົວໜ້າກອງເລຂາ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ວິໄລພົງ ສີສົມຫວັງ.

 ຂ່າວ: ວຽງຈັນທາຍ

Related Articles

Leave a Reply