ຮູບເງົາສະຫຍອງຂວັນ “ກ່ອງກ່ອຍ” ກຽມສາຍ 16 ກໍລະກົດນີ້

ຮູບເງົາສະຫຍອງຂວັນ “ກ່ອງກ່ອຍ” ກຽມສາຍ 16 ກໍລະກົດນີ້

​       ເປີດໂຕຮູບເງົາສະຫຍອງຂວັນເລື່ອງໃໝ່ຫຼ້າສຸດ “ກ່ອງກອຍ” ເຊິ່ງໄດ້ເປີດໂຕໃນວັນທີ 11 ກໍລະກົດ 2026 ທີ່ ໂຮງສາຍຮູບເງົາ ເມ, ຮູບເງົາດັ່ງກ່າວ ເປັນຜົນງານຮ່ວມທຶນ ລະຫວ່າງ ລາວ ແລະ ໄທ ໂດຍມີກຳນົດການເປີດສາຍຢ່າງເປັນທາງການພ້ອມກັນໃນທັງສອງປະເທດ ໃນວັນທີ 16 ກໍລະກົດ 2026 ນີ້.

​       ຮູບເງົາເລື່ອງ “ກ່ອງກ່ອຍ” ເປັນຜົນງານການກຳກັບຮູບເງົາເລື່ອງຍາວ ເລື່ອງ ທີ່4 ຂອງຜູ້ກຳກັບສີມືດີຂອງລາວຄື ທ່ານ  ອາດີສັກ ແກ້ວລາ ຜູ້ອຳນວຍການບໍລິສັດລາວນິວເວບຊີນີມາ  (ເຈົ້າຂອງຜົນງານຮູບເງົາເລື່ອງ ປາຍທາງ ນ້ອຍ ແລະ ໄຂ່ຂວັນ) ພາຍໃຕ້ການຮ່ວມມື ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບ ບໍລິສັດ ນະພາ ມີເດຍ ໃນຖານະຜູ້ຈັດຈຳໜ່າຍ.

​     ຜູ້ກຳກັບຮູບເງົາ ທ່ານ  ອາດີສັກ ແກ້ວລາ  ໄດ້ເປີດເຜີຍເຖິງແຮງບັນດານໃຈໃນການສ້າງວ່າ ໂຄງການນີ້ເກີດຂຶ້ນເພື່ອແກ້ໂຈດດ້ານການຕະຫຼາດຂອງຮູບເງົາລາວ ຫາກສາຍສະເພາະພາຍໃນປະເທດ ແມ່ນມີໂອກາດເທົ່າທຶນ ແລະ ໄດ້ກຳໄລຄືນມາໄດ້ຍາກ ດັ່ງນັ້ນ ຈຶ່ງໄດ້ເລືອກເອົາ “ຮູບເງົາຜີ” ມາເປັນແກນຫຼັກ ເນື່ອງຈາກປະເທດໃນຂົງເຂດອາຊຽນ ມີຮາກຖານວັດທະນະທຳ ແລະ ຄວາມເຊື່ອເລື່ອງຜີທີ່ໃກ້ຄຽງກັນ ຊຶ່ງຈະຊ່ວຍໃຫ້ເຂົ້າເຖິງຕະຫຼາດຕ່າງປະເທດໄດ້ງ່າຍກວ່າຮູບເງົາປະເພດຕະຫຼົກ ຫຼື ແນວອື່ນໆ ທີ່ມີຂໍ້ຈຳກັດດ້ານພາສາ ແລະ ທາງວັດທະນະທຳ.

​   ບົດເລື່ອງຮູບເງົາເລື່ອງນີ້ ໄດ້ຮັບການຮີບໂຮມຂໍ້ມູນ ແລະ ສຶກສາຢ່າງເລິກເຊິ່ງຈາກແຫຼ່ງວັນນະຄະດີລາວ ແລະ ນິທານພື້ນບ້ານກ່ຽວກັບ “ກ່ອງກ່ອຍ” ເຖິງຢ່າງໃດກໍດີ ຜູ້ກຳກັບໄດ້ເນັ້ນວ່າ ເຖິງແມ່ນຈະໃຊ້ “ຜີກ່ອງກ່ອຍ” ເປັນຈຸດຂາຍເພື່ອດຶງດູດຜູ້ຊົມ ແຕ່ເນື້ອແທ້ຂອງຮູບເງົາແມ່ນການສະທ້ອນເຖິງບັນຫາ ແລະ ຄວາມເປັນມະນຸດ ທີ່ບໍ່ວ່າຈະເປັນຄົນຊົນຊາດໃດກໍສາມາດເຂົ້າເຖິງ ແລະ ຮູ້ສຶກຮ່ວມໄດ້.

​     ຄວາມໂດດເດັ່ນຂອງຮູບເງົາເລື່ອງນີ້ ແມ່ນການນຳໃຊ້ບຸກຄະລາກອນ ແລະ ທີມງານຝັ່ງລາວສູງເຖິງ 90% ບໍ່ວ່າຈະເປັນນັກສະແດງຫຼັກ ຜູ້ກຳກັບ ແລະ ຜູ້ຊ່ວຍຜູ້ກຳກັບ ໂດຍມີທີມງານຊ່ຽວຊານຈາກປະເທດໄທເຂົ້າມາຊ່ວຍສະໜັບສະໜູນໃນສ່ວນຂອງເຕັກນິກການຖ່າຍທຳ ລະບົບໄຟ ແລະ ກ້ອງ. ນອກຈາກນີ້ ຍັງມີນັກສະແດງທີ່ມີຊື່ສຽງຈາກປະເທດໄທຮ່ວມສະແດງນຳອີກ 2 ທ່ານ ໂດຍຮູບເງົາເລື່ອງນີ້ໄດ້ໃຊ້ເວລາໃນການຖ່າຍທຳຢູ່ ສປປ ລາວ ທັງໝົດເປັນເວລາ 1 ເດືອນ ໃນຊ່ວງເດືອນພຶດສະພາ ຫາ ມິຖຸນາ 2025 ແລະ ໃຊ້ເວລາອີກກວ່າ 1 ປີ ໃນຂັ້ນຕອນການຕັດຕໍ່ ແລະ ຈັດການດ້ານການຕະຫຼາດ.

​    ໃນຕອນທ້າຍ ຜູ້ກຳກັບໄດ້ສະແດງຄວາມຄາດຫວັງ  ໂດຍຮຽກຮ້ອງໃຫ້ມວນຊົນ ແລະ ແຟນຮູບເງົາລາວ ຊ່ວຍກັນສະໜັບສະໜູນຮູບເງົາລາວເລື່ອງນີ້ ເພື່ອຮ່ວມກັນສ້າງສະຖິຕິໃໝ່ໃຫ້ຮູບເງົາລາວສາມາດສ້າງລາຍຮັບເທົ່າທຽມ ຫຼື ລື່ນຮູບເງົາຕ່າງປະເທດ ເພື່ອເປັນການສ້າງຄວາມໝັ້ນໃຈໃຫ້ແກ່ນາຍທຶນ ແລະ ເປີດໂອກາດໃຫ້ແກ່ບຸກຄະລາກອນຮຸ່ນໃໝ່ໃນວົງການຮູບເງົາລາວຕໍ່ໄປໃນອະນາຄົດ.

​      ຮູບເງົາ “ກ່ອງກ່ອຍ” ຈະເປີດສາຍຢ່າງເປັນທາງການ ພ້ອມກັນທັງໃນ ສປປ ລາວ ແລະ ປະເທດໄທ ນັບຕັ້ງແຕ່ວັນທີ 16 ກໍລະກົດ 2026 ນີ້ເປັນຕົ້ນໄປ ໃນທຸກໆໂຮງຮູບເງົາ.

Related Articles

Leave a Reply