ເຈົ້າໜ້າທີ່ ໜ່ວຍງານຄຸ້ມຄອງຄົນຕ່າງປະເທດ ແລະ ທ່ອງທ່ຽວ ພະແນກສັນຕິບານ ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ລົງສົມທົບກັບ ປກສ ກຸ່ມ ແລະ ອຳນາດການປົກຄອງບ້ານ ລົງແກ້ໄຂມ້າງແກ້ງສະແກມເມີ ຢູ່ 3 ຈຸດ ທີ່ຂຶ້ນກັບເມືອງນາຊາຍທອງ ໃນວັນທີ 07 ກໍລະກົດ 2026 ທີ່ຜ່ານມາ ສາມາດກັກຕົວເປົ້າໝາຍແກ້ງສະແກມເມີ ໄດ້ 35 ຄົນ.
3 ຈຸດດັ່ງກ່າວລວມມີຈຸດບ້ານໂພນມ່ວງ ກວດເຮືອນໃຫ້ເຊົ່າ ໄດ້ພົບເຫັນ ແລະ ກັກຕົວເປົ້າໝາຍໄດ້ 13 ຄົນ (ຍິງ 01 ຄົນ), ສັນຊາດຈີນທັງໝົດ, ພ້ອມຢຶດເຄື່ອງຂອງກາງມີ ຄອມພິວເຕີ້ໂນດບຸກ 1 ໜ່ວຍ, ໂທລະສັບມືຖື 74 ໜ່ວຍ, ພັດສະປອດ 02 ຫົວ, ໂມງໃສ່ແຂນ 01 ໜ່ວຍ, ສາຍຄໍຄ້າຍຄືຄໍາຝຣັ່ງ 01 ເສັ້ນ, ສາຍຄໍຄ້າຍຄືເງິນ 01 ເສັ້ນ, ແຫວນຄ້າຍຄືເງິນ 03 ວົງ, ສາຍແຂນສີແດງພ້ອມດ້ວຍກີ້ສີເຫຼືອງ 01 ເສັ້ນ, ບັດເອທີເອັມ 13 ບັດ, ບັດປະຈຳຕົວຈີນ 18 ບັດ, ໃບຂັບຂີ່ຈີນ 03 ໃບ, ບັດແຮງງານກໍາປູເຈຍ 02 ບັດ, ຕຸ້ມຫູສີເຫຼືອງຄ້າຍຄືຄຳ 01 ກິ່ງ, ເງິນໂດລາ 1 ຮ້ອຍກວ່າໂດລາ, ເງິນຢວນ 1 ພັນກວ່າຢວນ ແລະ ເງີນກີບ 1 ແສນກວ່າກີບ; ຈຸດ ບ້ານໜອງຍາວ ລົງກວດກາເຮືອນໃຫ້ເຊົ່າ ຢູ່ບ້ານໜອງຍາວ ໄດ້ພົບເຫັນ ແລະ ກັກຕົວເປົ້າໝາຍໄດ້ 8 ຄົນ ສັນຊາດຈີນທັງໝົດ, ພ້ອມຂອງກາງ ໂທລະສັບມືຖື 24 ໜ່ວຍ, ຄອມພິວເຕີຕັ້ງໂຕະ 01 ຊຸດ, ໄອແພັດ 01 ໜ່ວຍ, ບັດອະນຸຍາດເຮັດວຽກ 03 ຫົວ, ບັດອະນຸຍາດພັກເຊົາ 03 ຫົວ, ພັດສະປອດ 05 ຫົວ ແລະ ກະແຈລົດໃຫຍ່ 01 ອັນ ແລະ ຈຸດບ້ານຫ້ວຍນໍ້າເຢັນ ລົງກວດກາເຮືອນພັກແຫ່ງໜຶ່ງ ຢູ່ບ້ານຫ້ວຍນໍ້າເຢັນ ພົບເຫັນ ແລະ ກັກຕົວເປົ້າໝາຍໄດ້ 14 ຄົນ (ຍິງ 03 ຄົນ) ເຊື້ອຊາດ-ສັນຊາດ ຫວຽດນາມທັງໝົດ, ພ້ອມຂອງກາງມີ ໂທລະສັບ 113 ໜ່ວຍ, ຄອມພິວເຕີຕັ້ງໂຕະ 01 ຊຸດ, ແລະ ພັດສະປອດທັງໝົດ 02 ຫົວ.
ຂ່າວ: ປກສ ນະຄອນຫຼວງວຽງຈັນ
ຫົວຂໍ້: ເຈົ້າໜ້າທີ່ ກັກຕົວເປົ້າໝາຍແກ້ງສະແກມເມີ ໄດ້ 35 ຄົນ
ເຈົ້າໜ້າທີ່ ໜ່ວຍງານຄຸ້ມຄອງຄົນຕ່າງປະເທດ ແລະ ທ່ອງທ່ຽວ ພະແນກສັນຕິບານ ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ລົງສົມທົບກັບ ປກສ ກຸ່ມ ແລະ ອຳນາດການປົກຄອງບ້ານ ລົງແກ້ໄຂມ້າງແກ້ງສະແກມເມີ ຢູ່ 3 ຈຸດ ທີ່ຂຶ້ນກັບເມືອງນາຊາຍທອງ ໃນວັນທີ 07 ກໍລະກົດ 2026 ທີ່ຜ່ານມາ ສາມາດກັກຕົວເປົ້າໝາຍແກ້ງສະແກມເມີ ໄດ້ 35 ຄົນ.
3 ຈຸດດັ່ງກ່າວລວມມີຈຸຸດບ້ານໂພນມ່ວງ ກວດເຮືອນໃຫ້ເຊົ່າ ໄດ້ພົບເຫັນ ແລະ ກັກຕົວເປົ້າໝາຍໄດ້ 13 ຄົນ (ຍິງ 01 ຄົນ), ສັນຊາດຈີນທັງໝົດ, ພ້ອມຢຶດເຄື່ອງຂອງກາງມີ ຄອມພິວເຕີ້ໂນດບຸກ 1 ໜ່ວຍ, ໂທລະສັບມືຖື 74 ໜ່ວຍ, ພັດສະປອດ 02 ຫົວ, ໂມງໃສ່ແຂນ 01 ໜ່ວຍ, ສາຍຄໍຄ້າຍຄືຄໍາຝຣັ່ງ 01 ເສັ້ນ, ສາຍຄໍຄ້າຍຄືເງິນ 01 ເສັ້ນ, ແຫວນຄ້າຍຄືເງິນ 03 ວົງ, ສາຍແຂນສີແດງພ້ອມດ້ວຍກີ້ສີເຫຼືອງ 01 ເສັ້ນ, ບັດເອທີເອັມ 13 ບັດ, ບັດປະຈຳຕົວຈີນ 18 ບັດ, ໃບຂັບຂີ່ຈີນ 03 ໃບ, ບັດແຮງງານກໍາປູເຈຍ 02 ບັດ, ຕຸມຫູສີເຫຼືອງຄ້າຍຄືຄຳ 01 ກິ່ງ, ເງິນໂດລາ 1 ຮ້ອຍກວ່າໂດລາ, ເງິນຢວນ 1 ພັນກວ່າຢວນ ແລະ ເງີນກີບ 1 ແສນກວ່າກີບ; ຈຸດ ບ້ານໜອງຍາວ ລົງກວດກາເຮືອນໃຫ້ເຊົ່າ ຢູ່ບ້ານໜອງຍາວ ໄດ້ພົບເຫັນ ແລະ ກັກຕົວເປົ້າໝາຍໄດ້ 8 ຄົນ ສັນຊາດຈີນທັງໝົດ, ພ້ອມຂອງກາງ ໂທລະສັບມືຖື 24 ໜ່ວຍ, ຄອມພິວເຕີຕັ້ງໂຕະ 01 ຊຸດ, ໄອແພັດ 01 ໜ່ວຍ, ບັດອະນຸຍາດເຮັດວຽກ 03 ຫົວ, ບັດອະນຸຍາດພັກເຊົາ 03 ຫົວ, ພັດສະປອດ 05 ຫົວ ແລະ ກະແຈລົດໃຫຍ່ 01 ອັນ ແລະ ຈຸດບ້ານຫ້ວຍນໍ້າເຢັນ ລົງກວດກາເຮືອນພັກແຫ່ງໜຶ່ງ ຢູ່ບ້ານຫ້ວຍນໍ້າເຢັນ ພົບເຫັນ ແລະ ກັກຕົວເປົ້າໝາຍໄດ້ 14 ຄົນ (ຍິງ 03 ຄົນ) ເຊື້ອຊາດ-ສັນຊາດ ຫວຽດນາມທັງໝົດ, ພ້ອມຂອງກາງມີ ໂທລະສັບ 113 ໜ່ວຍ, ຄອມພິວເຕີຕັ້ງໂຕະ 01 ຊຸດ, ແລະ ພັດສະປອດທັງໝົດ 02 ຫົວ.
ຂ່າວ: ປກສ ນະຄອນຫຼວງວຽງຈັນ

