ເຈົ້າໜ້າທີ່ໄທ ຮ່ວມມືກັບເຈົ້າໜ້າທີ່ລາວໃນການນໍາໂຕຜູ້ເຂົ້າອອກເມືອງຜິດກົດໝາຍ

ເຈົ້າໜ້າທີ່ໄທ ຮ່ວມມືກັບເຈົ້າໜ້າທີ່ລາວໃນການນໍາໂຕຜູ້ເຂົ້າອອກເມືອງຜິດກົດໝາຍ

ຂປລ. ສື່ມວນຊົນໄທ ຫຼາຍສໍານັກໄດ້ອອກຂ່າວຕໍາຫຼວດກວດຄົນເຂົ້າ-ອອກເມືອງ (ຕມ) ແຂວງໜອງຄາຍໄດ້ແຈ້ງເອົາຜິດຜູ້ຊາຍໄທສອງຄົນກັບຜູ້ຍິງລາວໜຶ່ງຄົນທີ່ລັກລອບເຂົ້າ-ອອກປະເທດ ທັ້ງທີ່ຮູ້ວ່າຕິດເຊື້ອໂຄວິດ-19 ເຂົ້າໄປແຜ່ເຊື້ອຢູ່ປະເທດລາວ.

ໃນການນໍາຫາສາມຄົນນີ້ ເຈົ້າໜ້າທີ່ ຕມ ລາວ ໄດ້ ກ່າວ ຕໍ່ ຂປລ ວ່າ: ຝ່າຍລາວໄດ້ປະສານງານກັບເຈົ້າໜ້າທີ່ ຕມ ໄທ ໃນແຕ່ລະວັນ ຊຶ່ງໄດ້ຮັບຄວາມຮ່ວມມືທີ່ດີ ເພື່ອພ້ອມກັນແກ້ໄຂສະພາບການລະບາດຂອງພະຍາດໂຄວິດ-19. ກໍ ລະນີຜູ້ຍິງລາວນີ້ຈະຖືກປະຕິບັດໂທດ ຕາມກົດໝາຍໄທກ່ອນແລ້ວ ຈຶ່ງຈະສົ່ງກັບລາວ. ປັດຈຸບັນທັງສາມຄົນພວມ ປິ່ນປົວຢູ່ໂຮງໝໍໜອງຄາຍ.

ຈາກການລາຍງານຂ່າວ Police TV ຂອງໄທໄດ້ລະບຸວ່າ ໃນຕອນແລງຂອງວັນທີ 23 ເມສາ 2021, ທ່ານ ພັທ ພີຣະພັດ ປຣົມພຸດ ຮອງຜູ້ກໍາກັບ ຕໍາຫຼວດ ກວດຄົນເຂົ້າອອກເມືອງແຂວງໜອງຄາຍ ພ້ອມດ້ວຍຄະນະ ໄດ້ເຂົ້າໄປ ແຈ້ງຄວາມ ຕໍ່ສໍານັກງານຕໍາຫຼວດ ໜອງຄາຍ ໃຫ້ເອົາຜິດຜູ້ຊາຍໄທສອງຄົນກັບຜູ້ຍິງລາວໜຶ່ງຄົນ ຖານລັກລອບເຂົ້າອອກ ປະເທດ ແລະ ປິດບັງຂໍ້ມູນການເດີນທາງນໍາເອົາເຊື້ອພະຍາດ ໂຄວິດໄປແຜ່ໃນປະເທດລາວ, ເຮັດໃຫ້ສອງປະເທດມີຄວາມເດືອດຮ້ອນ. ຜູ້ຊາຍໄທສອງຄົນ ຊື່ ທ້າວ ຊິດຕະພົນ ອາຍຸ 30  ປີ, ທ້າວ ທະນະກຣິດ ອາຍຸ 31 ປີ ແລະ ຜູ້ຍິງລາວ ອາຍຸ 26 ປີ ຊຶ່ງທັງສາມໄດ້ລັກລອບເຂົ້າລາວຕາມທີ່ໄດ້ເປັນຂ່າວພົວພັນເຖິງການແຜ່ເຊື້ອພະຍາດໂຄວິດ-19 ຕິດພັນຜູ້ຕິດເຊື້ອກໍລະນີ 59 ຢູ່ ລາວ.

Related Articles

Leave a Reply