ພິທີມອບ-ຮັບເຮືອນຢູ່ຖາວອນ 153 ຫຼັງໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກສັນເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍແຕກ ໃນປີ 2018 ທີ່ຜ່ານມາຢູ່ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດຂຶ້ນເມື່ອວັນທີ 12 ເມສາ 2021 ທີ່ຜ່ານມາຢູ່ເຂດຈັດສັນ ເມືອງສະໜາມໄຊ ແຂວງອັດຕະປື ໂດຍການເຂົ້າຮ່ວມຂອງທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື. ເຮືອນຈໍານວນດັ່ງກ່າວເປັນຊຸດທໍາອິດທີ່ມີການ ມອບ-ຮັບພາຍຫຼັງທີ່ມີການສ້າງສໍາເລັດ ພາຍໃຕ້ໂຄງການກໍ່ສ້າງເຮືອນທັງຫມົດ 700 ຫຼັງເພື່ອສ້າງໃຫ້ຜູ້ປະສົບໄພຈາກ ສັນເຂື່ອນໄຟຟ້າດັ່ງກ່າວແຕກ.
ເຮືອນຈໍານວນ 153 ຫຼັງທີ່ມີການມອບ-ຮັບໃນຄັ້ງນີ້ໄດ້ມອບໃຫ້ແກ່ປະຊາຊົນຜູ້ປະສົບໄພຈໍານວນ ໜຶ່ງໃນເຂດຈັດສັນ 3 ບ້ານຄື: ບ້ານດົງບາກໃໝ່ ຫີນຄຳ ຈຳນວນ 113 ຫຼັງ, ບ້ານດອນບົກໃໝ່ ທ່າແສງຈັນ 10 ຫຼັງ ແລະ ບ້ານຕະມໍຢອດ 30 ຫຼັງ, ສະເພາະເຮືອນທີ່ຍັງມີການກໍ່ສ້າງ ຫຼື ຍັງບໍ່ທັນສໍາເລັດ ຈໍານວນ 547 ຫຼັງນັ້ນຄາດວ່າຈະມີການທະຍອຍມອບ-ຮັບບາງສ່ວນໃນທ້າຍປີນີ້.
ຂ່າວ-ພາບ: ເມືອງສະໜາມໄຊ

