ແຮງງານລາວຈຳນວນ 85 ຄົນ ກັບຈາກໄທໂດຍຜ່ານເມືອງສອງຄອນ

ແຮງງານລາວຈຳນວນ 85 ຄົນ ກັບຈາກໄທໂດຍຜ່ານເມືອງສອງຄອນ

ອໍານາດການປົກຄອງເມືອງສອງຄອນ ແຂວງສະຫວັນນະເຂດແຈ້ງໃຫ້ຮູ້ວ່າ: ພາຍຫຼັງທີ່ພົບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ໄທໂດຍມີຜູ້ຕິດເຊື້ອພະຍາດນີ້ເພີ່ມຂຶ້ນແຕ່ລະວັນໄດ້ເຮັດໃຫ້ແຮງງານລາວຢູ່ໄທກັບຄືນມາປະເທດເປັນຈໍານວນຫຼາຍ, ສະເພາະຢູ່ເມືອງສອງຄອນ ຍັງມີແຮງງານລາວທີ່ໄປເຮັດວຽກຢູ່ປະເທດໄທກັບຄືນມາປະເທດລາວ ຊຶ່ງມີທັງການລັກລອບມາແບບຜິດກົດ ໝາຍ ແລະ ຂໍອະນຸຍາດກັບຄືນມາໂດຍທີ່ທາງເຈົ້າໜ້າທີ່ໄປຮັບເອົາຢູ່ເບື້ອງຝັ່ງປະເທດໄທ ແລະ ໃນໄລຍະຕົ້ນເດືອນມັງກອນນີ້ມີຈຳນວນ 85 ຄົນແລ້ວທີ່ກັບມາ.
ທ່ານພັນເອກ ລໍາຄູນ ວໍລະວົງ ເຈົ້າເມືອງສອງຄອນ ແຂວງສະຫວັນນະເຂດໄດ້ກ່າວຕໍ່ທີມງານວຽງຈັນທາຍໃນຕອນເຊົ້າຂອງວັນທີ 19 ມັງກອນ 2021 ກຽ່ວກັບແຮງງານລາວຈາກໄທກັບມາ ປະເທດລາວໂດຍຜ່ານເມືອງສອງຄອນວ່າ: ພຽງແຕ່ 18 ວັນ ຂອງເດືອນມັງກອນ 2021 ນີ້ ໄດ້ມີແຮງງານລາວຈາກໄທຈໍານວນ 85 ຄົນທີ່ມີທັງການລັກລອບກັບຄືນເຂົ້າມາແບບຜິດກົດໝາຍ ແລະ ມີທັງຂໍອະນຸຍາດຈາກເຈົ້າໜ້າທີ່ໂດຍໄດ້ມີການເອົາເຮືອໄປຮັບຢູ່ເບື້ອງຝັ່ງໄທ ພາຍຫຼັງທີ່ພວກເຂົາໂທຫາຍາດພີ່ນ້ອງເພື່ອຂໍກັບບ້ານ ໂດຍທັງໝົດໄດ້ຖືກນໍາຕົວໄປໄວ້ທີ່ສູນກັກກັນຈົນຄົບ 14 ວັນກ່ອນໃຫ້ກັບບ້ານ.
ທ່ານພັນເອກ ລໍາຄູນ ໄດ້ກ່າວຕື່ມວ່າ: ນັບແຕ່ມີການແຜ່ ເຊື້ອຂອງພະຍາດໂຄວິດ19 ຢູ່ໃນໂລກ, ຢູ່ເມືອງ ສອງຄອນຍັງບໍ່ມີຜູ້ໃດຕິດເຊື້ອພະຍາດນີ້ ແລະ ສາມາດເວົ້າໄດ້ວ່າພາຍໃນເມືອງສອງຄອນສາມາດຄວບຄຸມແຮງງານລາວຢູ່ໄທທີ່ກັບຄືນມາປະເທດໄດ້ 100% ຍ້ອນວ່າບັນດານາຍບ້ານຈໍານວນ 15 ບ້ານທີ່ຕັ້ງຢູ່ລຽບຕາມແຄມແມ່ນໍ້າຂອງແມ່ນໄດ້ມີການແຈ້ງຕໍ່ເຈົ້າໜ້າທີ່ສະເພາະກິດເມື່ອພົບລູກບ້ານຂອງຕົນລັກຂ້າມມາ ນອກນັ້ນຍາດຕິພີ່ນ້ອງຂອງຜູ້ທີ່ລັກເຂົ້າມານັ້ນກໍ່ໄດ້ແຈ້ງຕໍ່ເຈົ້າໜ້າທີ່ ເພາະພວກເຂົາກໍ່ມີຄວາມກັງວົນ ຫຼື ຢ້ານຕິດພະຍາດນີ້ເຊັ່ນກັນ.
ເມືອງ ສອງຄອນ ແຂວງສະຫວັນນະເຂດມີຊາຍແດນຕິດກັບ ເມືອງເຂັມມະລາດ ແຂວງອຸບົນຣາຊະທານີ ຂອງປະເທດໄທປະມານ 54 ກິໂລແມັດ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply