ໂຮງງານຜະລິດໄມ້ອັດ ບໍລິສັດ ບົວລະພາ ກະສິກໍາ – ປ່າໄມ້ ຈໍາກັດ ຢູ່ເມືອງຫີນເຫີບ ແຂວງວຽງຈັນ ຈະເລີ່ມເດີນເຄື່ອງຈັກ ຫຼື ເລີ່ມຜະລິດໄມ້ອັດຢ່າງເປັນທາງການໃນເດືອນມິຖຸນາ 2021 ທີ່ຈະມາເຖິງນີ້ໂດຍໄດ້ມີການທົດລອງຜະລິດໄມ້ອັດເພື່ອທົດລອງເຄື່ອງຈັກ ແລະ ກວດສອບລະບົບຕ່າງໆຂອງໂຮງງານນັບແຕ່ທ້າຍເດືອນມີນາ 2021 ເປັນຕົ້ນມາ ຊຶ່ງໂຮງງານມີຄວາມຕ້ອງການວັດຖຸດິບປະມານ 1 ແສນແມັດກ້ອນຕໍ່ປີ ແລະ ສາມາດຜະລິດໄມ້ອັດໄດ້ 50.000 ແມັດກ້ອນຕໍ່ປີ ຊຶ່ງ 95% ຂອງໄມ້ອັດທີ່ຜະລິດແມ່ນສົ່ງອອກ.
ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງຜູ້ອໍານວຍການ ບໍລິສັດ ບົວລະພາ ກະສິກໍາ ຈໍາກັດ ໄດ້ກ່າວວ່າ: ປັດຈຸບັນນີ້ບໍລິສັດມີຄວາມພ້ອມທຸກດ້ານ ຊຶ່ງປະກອບມີຕົ້ນໄມ້ເພື່ອປ້ອນໂຮງງານ, ລົດຕັດໄມ້, ພະນັກງານຂັບລົດ ແລະ ອື່ນໆ. ສ່ວນແຮງງານທີ່ຈະເຂົ້າເຮັດວຽກໃນໂຮງງານໄດ້ກະກຽມໄວ້ແລ້ວ 100 ກວ່າຄົນ, ໃນນັ້ນ 50 ຄົນທີ່ຜ່ານການຝຶກງານ ແລະ ໄດ້ເຊັນຢັ້ງຢືນເປັນພະນັກງານແລ້ວ, ສ່ວນອີກ 50 ກວ່າຄົນ ແມ່ນກໍາລັງຜ່ານການຝຶກງານຄາດວ່າຈະສາມາດເຊັນຮັບເປັນພະນັກງານໃນໄວໆນີ້ ຫຼື ກ່ອນເປີດໂຮງງານໃນເດືອນມິຖຸນານີ້.
ໂຮງງານຜະລິດໄມ້ອັດ ບໍລິສັດ ບົວລະພາ ໄດ້ເລີ່ມລົງມືກໍ່ສ້າງໃນກາງປີ 2019 ທີ່ຜ່ານມາ ຮອດປັດຈຸບັນສໍາເລັດແລ້ວ 100% ໂດຍແມ່ນບໍລິສັດ CAMCE ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າຫຼາຍກວ່າ 12 ລ້ານໂດລາສະຫະລັດ.
ຂ່າວ: Ty Keo

