ທ່ານ ຮສ ດຣ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຈະຫັນໂຮງໝໍພາກສະໜາມຫ້ວຍຫົງເປັນບ່ອນຈຳກັດບໍລິເວນ 14 ວັນໃຫ້ຄົນເຈັບທີ່ປິ່ນປົວຫາຍດີຈາກພະຍາດໂຄວິດ-19 ຈາກໂຮງໝໍພາກສະໜາມລ້ານຊ້າງ ແລະ ຫຼັກ 27 ກ່ອນຈະກັບຄືນສູ່ຄອບຄົວ ເຊິ່ງປະຈຸບັນນີ້ ຍັງມີຄົນເຈັບພວມປິ່ນປົວຢູ່ 18 ຄົນ ຢູ່ໂຮງໝໍພາກສະໜາມຫ້ວຍຫົງ, ສະເພາະສູນຫຼັກ 27 ປະຈຸບັນມີຄົນເຈັບນອນປິ່ນປົວຢູ່ 137 ຄົນໂດຍໃຊ້ເປັນບ່ອນຈໍາກັດບໍລິເວນສໍາລັບຜູ້ເດີນທາງມາຈາກຕ່າງປະເທດ, ແຕ່ຖ້າຫາກມີຄົນເຈັບເພີ່ມຂຶ້ນ ກໍສາມາດເປີດເປັນໂຮງໝໍພາກສະໜາມໄດ້ທັນທີ ເພາະສູນແຫ່ງນີ້ສາມາດຮອງຮັບຄົນເຈັບໄດ້ທັງໝົດ 800 ຄົນ.
ທ່ານ ຮສ ດຣ ບົວເທບໃຫ້ຮູ້ຕື່ມວ່າ: ສະເພາະໂຮງໝໍທີ່ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຍັງແມ່ນໂຮງໝໍມິດຕະພາບ, ໂຮງໝໍ103 ແລະໂຮງໝໍເຊດຖາ ເພື່ອປິ່ນປົວຄົນເຈັບໜັກ ແລະ ປານກາງ ແລະ ຍົກລະດັບໂຮງໝໍມິດຕະພາບຂຶ້ນຕື່ມ ເພື່ອຮອງຮັບຄົນເຈັບໜັກ ແລະ ໜັກຫຼາຍ.
ຂ່າວ: ຄໍາກອງ ກິດຕິຄຸນ

