ໂຮງໝໍແຂວງສາລະວັນສາມາດຮອງຮັບຫາກມີກໍລະນີຜູ້ຕິດເຊື້ອໂຄວິດ-19 ໄດ້ພຽງ 98 ຄົນ

ໂຮງໝໍແຂວງສາລະວັນສາມາດຮອງຮັບຫາກມີກໍລະນີຜູ້ຕິດເຊື້ອໂຄວິດ-19 ໄດ້ພຽງ 98 ຄົນ

ທ່ານ ດຣ. ວັນທອງ ບຸນວິໄລ ຜູ້ອຳນວຍການໂຮງໝໍແຂວງ ສາລະວັນໄດ້ລາຍງານຕໍ່ທ່ານສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ  ເມື່ອບໍ່ດົນມານີ້ວ່າ: ປະຈຸບັນນີ້, ໂຮງໝໍແຂວງສາລະວັນ ຈະສາມາດຮອງຮັບກໍລະນີຫາກມີຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ພຽງ 98 ຕຽງ ໂດຍມີຫ້ອງໄອຊິຢູ 12 ຕຽງ, ຫ້ອງນອນລວມ 76 ຕຽງ, ຫ້ອງແຍກປ່ຽວມີ 10 ຫ້ອງ (10 ຕຽງ), ມີອຸປະກອນການແພດ ເພື່ອຮັບໃຊ້ເຂົ້າໃນການປິ່ນປົວຄົນເຈັບປະກອບມີເຄື່ອງຫາຍໃຈທຽມ 5 ເຄື່ອງ, ບັ້ງອົກຊີ 90 ກວ່າບັ້ງ, ຫົວອົກຊີ 50 ກວ່າຫົວ, ມີຊຸດປ້ອງກັນແພດ PPE 70 ກວ່າຊຸດ ແລະ ມີການຈັດແບ່ງທິມງານແພດໝໍເຝົ້າລະວັງ ແລ ພາຫານະຮັບຊ້ຕະຫຼອດ 24 ຊົວໂມງ. ປະຈຸບັນແມ່ນມີຜູ້ຕິດໂຄວິດ -19 ຢູ່ ແຂວງສາລະວັນແລ້ວ 1 ຄົນ ຊື່ ທ້າວ ນຽມ ບ້ານ ນາເຕີຍ ເມືອງຄົງເຊໂດນ ຜູ້ກ່ຽວກຳລັງນອນປິ່ນປົວຢູ່ໂຮງໝໍແຂວງສາລະວັນ.

Related Articles

Leave a Reply