ເຈົ້າແຂວງສະຫວັນນະເຂດ ທ່ານ ສັນຕິພາບ ພົມວິຫານ ແລະ ຄະນະໄດ້ມອບເຄື່ອງຊ່ວຍເຫຼືອ ແລະ ເງິນສົດໃຫ້ປະຊາຊົນ 9 ຄອບຄົວທີ່ເຮືອນຖືກໄຟໄໝ້ ຢູ່ບ້ານດົງຫວາຍ ເມືອງຊົນບູລີ ແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້, ຊຶ່ງເຫດໄຟໄໝ້ດັ່ງກ່າວ ເກີດຂຶ້ນເມື່ອວັນທີ 5 ພະຈິກ 2020 ທີ່ຜ່ານມາ ລວມມູນຄ່າເສຍຫາຍທັງໝົດ 1 ຕື້ 182 ລ້ານກີບ.
ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ປະກອບມີສັງກະສີຈຳນວນ 360 ແຜ່ນ, ເຫຼັກຕະປູ 110 ກິໂລ, ຖັງດຳໃສ່ນ້ຳ 9 ໜ່ວຍ, ເຂົ້າສານ 450 ກິໂລ, ຜ້າຫົ່ມ, ໝອນຈຳນວນໜຶ່ງ, ນອກນັ້ນ ຍັງມີນັກທຸລະກິດໄດ້ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ ຜູ້ປະສົບໄພນ້ຳຖ້ວມໃນຈຳນວນ 145 ຄອບຄົວພາຍໃນບ້ານດົງຫວາຍຕື່ມອີກ.
ໄຟໄໝ້ເຮືອນປະຊາຊົນ ຈໍານວນ 9 ຫຼັງດັ່ງກ່າວ,ໃນນີ້ເສຍຫາຍໝົດຫຼັງຈຳນວນ7 ຫຼັງຄາເຮືອນ ແລະ ອີກ 2 ຫຼັງແມ່ນເສຍຫາຍເລັກໜ້ອຍ ສາເຫດທີ່ພາໃຫ້ເກີດອັກຄີໄພໃນຄັ້ງນີ້ອາດເກີດຈາກ ໄຟຟ້າລັດວົງຈອນ.
ພາບ-ຂ່າວ: ອັກສອນສິນ ພົມມະຈັນ

