33 ບ້ານ ໃນຈຳນວນ 62 ບ້ານທົ່ວເມືອງຄຳເກີດ ສາມາດສໍາຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກ ຄ້າງຕັ້ງແຕ່ສະໄໝສົງຄາມອອກຈາກເນື້ອທີ່ທໍາການຜະລິດແລ້ວ

33 ບ້ານ ໃນຈຳນວນ 62 ບ້ານທົ່ວເມືອງຄຳເກີດ ສາມາດສໍາຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກ ຄ້າງຕັ້ງແຕ່ສະໄໝສົງຄາມອອກຈາກເນື້ອທີ່ທໍາການຜະລິດແລ້ວ

 ກອງກວດກູ້ລະເບີດເພື່ອມະນຸດສະທຳ 58 ກອງທັບປະຊາຊົນລາວ ເລັ່ງສືບຕໍ່ສຳຫຼວດ, ເກັບກູ້ ແລະ ທຳລາຍລະເບີດ ຢູ່ໃນເຂດເນື້ອທີ່ທໍາການຜະລິດ, ບ່ອນທຳມາຫາກິນຂອງປະຊາຊົນ ຢູ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ ຊຶ່ງລວມມີທັງໝົດ 62 ບ້ານ ແລະ ສາມາດສໍາຫຼວດ ແລະ ເກັບກູ້ໄດ້ແລ້ວ 33 ບ້ານ ໂດຍເລີ່ມປະຕິບັດມາແຕ່ປີ 2017.
ຫົວໜ້າຜູ້ຊີ້ນຳພາກສະໜາມເກັບກູ້ລະເບີດກອງກວດກູ້ລະເບີດເພື່ອມະນຸດສະທຳ 58 ກອງທັບປະຊາຊົນ  ທ່ານ ສອນສີ ບຸນລືໄຕ ໄດ້ລາຍງານສະພາບເກັບກູ້ລະເບີດຢູ່ເມືອງຄໍາເກີດ ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ໃນໄລຍະ 3 ເດືອນທ້າຍປີນັບແຕ່ເດືອນ ຕຸລາ ຫາ ເດືອນ ທັນວາ 2020 ນີ້ ຈະລົງມືສໍາຫຼວດ ແລະ ເກັບກູ້ລະເບີດ ໃນເນື້ອທີ່ທັງໝົດ 60 ພັນກວ່າຕາແມັດ, ນັບແຕ່ຕົ້ນເດືອນຕຸລາ ຮອດປັດຈຸບັນ ສາມາດເກັບກູ້ລະເບີດໄດ້ແລ້ວ 15 ພັນຕາແມັດ, ຍັງຢູ່ 46 ພັນກວ່າຕາແມັດ, ຄາດວ່າຈະເກັບກູ້ລະເບີດໃຫ້ສຳເລັດຕາມແຜນທີ່ ວາງໄວ້.
 ທ່ານ ສອນສີ ໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2020 ນີ້, ກອງກວດກູ້ລະເບີດເພື່ອມະນຸດສະທຳ 58 ກອງທັບປະຊາຊົນ​ລາວ ສາມາດປະຕິບັດໜ້າທີ່ສຳຫລວດ, ກວດກູ້, ທຳລາຍລະເບີດບໍ່ທັນແຕກ ແລະ ລູກປືນໃຫຍ່ ຢູ່ 33 ບ້ານ, ໄດ້ເກືອບ 300 ລູກ, ມີເນື້ອທີ່ທັງໝົດເກືອບ 400 ກວ່າເຮັກຕາ ໂດຍການສະໜອງທືນ ຈາກອົງການກອຍກາ ສ.ເກົາຫລີ ຜ່ານອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳລາວ ແລະ ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງໃນລາວ ຊຶ່ງການສໍາຫຼວດ, ເກັບກູ້ ແລະ ທໍາລາຍແມ່ນໄດ້ປະຕິບັດຕາມມາດຖານການສຳຫລວດ, ກວດກູ້ແຫ່ງຊາດ.

ຂ່າວ: ທະນູທອງ

 ພາບປະກອບ

Related Articles

Leave a Reply