58 ຄົນທີ່ຕິດເຊື້ອພະຍາດໂຄວິດ-19 ຢູ່ລາວແມ່ນເດີນທາງມາແຕ່ຕ່າງປະເທດ

58 ຄົນທີ່ຕິດເຊື້ອພະຍາດໂຄວິດ-19 ຢູ່ລາວແມ່ນເດີນທາງມາແຕ່ຕ່າງປະເທດ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຕາງໜ້າໂດຍ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ໄດ້ແຈ້ງໃຫ້ຮູ້ວ່າ: ຮອດປະຈຸບັນນີ້ຢູ່ ລາວໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 58 ຄົນ, ໃນນີ້ ຍັງມີພຽງ 9 ຄົນທີ່ຍັງນອນປິ່ນປົວຢູ່ໂຮງໝໍ ຊຶ່ງປະກອບມີຢູ່ນະຄອນຫຼວງວຽງຈັນ 3 ຄົນ, ແຂວງຈຳປາສັກ 1 ຄົນ, ແຂວງສາລະວັນ 1 ຄົນ, ແຂວງສະຫວັນນະເຂດ 2 ຄົນ, ແຂວງຄຳມ່ວນ 1 ຄົນ ແລະ ແຂວງບໍລິຄຳໄຊ 1 ຄົນ ຜູ້ຕິດເຊື້ອພະຍາດດັ່ງກ່າວແມ່ນມາແຕ່ຕ່າງປະເທດທັງໝົດ.
ທ່ານ ດຣ. ຣັດຕະນະໄຊ ໄດ້ກ່າວຕື່ມອີກວ່າ: ການເຝົ້າ ລະວັງພະຍາດໂຄວິດ-19 ຢູ່ ສປປ ລາວໃນປັດຈຸບັນນີ້ແມ່ນໄດ້ມີການເພີ່ມມາດຕະການຢ່າງເຂັ້ມງວດຍ້ອນວ່າບັນດາປະເທດອ້ອມຂ້າງຍັງມີການແຜ່ລະບາດຂອງພະຍາດດັ່ງກ່າວຮອບໃໝ່ໂດຍສະເພາະຢູ່ປະເທດໄທ, ກໍາປູເຈຍ ແລະ ມຽນມາ ແລະ ສິ່ງທີ່ໜ້າເປັນຫ່ວງໃນການປ້ອງກັນພະຍາດນີ້ແມ່ນການປ້ອງກັນຜູ້ທີ່ລັກລອບເຂົ້າມາລາວແບບບໍ່ຜ່ານດ່ານ ອັນນີ້ຖືວ່າຜິດກົດ ໝາຍ ແຕ່ປະກົດການດັ່ງກ່າວຍັງປະກົດເຫັນຜູ້ລັກລອບຢູ່ບາງແຂວງທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານ ຊຶ່ງບຸກຄົນດັ່ງກ່າວຫາກຜູ້ໃດຜູ້ໜຶ່ງຕິດເຊື້ອພະຍາດດັ່ງກ່າວໂດຍທີ່ບໍ່ໄດ້ເຂົ້າສູນຈໍາກັດບໍລິເວນອາດຈະເປັນຜູ້ມາແຜ່ເຊື້ອໃຫ້ຄົນອື່ນຢູ່ລາວ. ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທັງໝົດ 41 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3.643 ຄົນ.

Related Articles

Leave a Reply