ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ທຳລາຍສິນຄ້າລະເມີດຊັບສິນທາງປັນຍາ

ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ທຳລາຍສິນຄ້າລະເມີດຊັບສິນທາງປັນຍາ

ເຈົ້າໜ້າທີ່ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ອຄ ນວ) ໄດ້ ທຳລາຍສິນຄ້າທີ່ລະເມີດຊັບສິນທາງປັນຍາປະເພດຕ່າງໆ ເມື່ອມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນ ຊຶ່ງສິນຄ້າດັ່ງກ່າວແມ່ນຍຶດມາໄດ້ຈາກການລົງກວດກາຂອງເຈົ້າໜ້າທີ່ ອຄ ນວ ໃນໄລຍະຜ່ານມາລວມມີ 7 ເຄື່ອງໝາຍ ຫຼື 7 ຍີ່ຫໍ້.

7 ເຄື່ອງໝາຍລະເມີດຊັບສິນທາງປັນຍາ ລວມມີ  ຍີ່ຫໍ້ KOYO (ປະເພດອາໄຫຼ່ລົດ/ລູກປືນລົດ) ຈຳນວນ 25,955 ອັນ; ຍີ່ຫໍ້ HINOTA (ປະເພດເຄື່ອງຈັກລົດໄຖນາ) ຈຳນວນ 4 ເຄື່ອງ; ຍີ່ຫໍ້ KUBOTA (ປະເພດເຄື່ອງຈັກລົດໄຖນາ) ຈຳນວນ 1 ເຄື່ອງ; ຍີ່ຫໍ້ DOUBLE BIG BUN (ປະເພດອາໄຫຼ່ລົດໄຖນາ) ຈຳນວນ 181 ອັນ; ຍີ່ຫໍ້ HANTING (ປະເພດເຄື່ອງໃຊ້ບໍລິການໂຮງແຮມ) ເຊັ່ນ: ຫວີ, ຜ້າປູບ່ອນ, ສະບູ, ຜ້າເຊັດໂຕ ແລະ ອື່ນໆ ແລະ ຍີ່ຫໍ້ HUA WEI FANG ແລະ YISHENG (ປະເພດໝີ່ມາລ່າຖາງ) ຈຳນວນ 1,750 ແກັດ.

ລວມມູນຄ່າທັງໝົດຫຼາຍກວ່າ 500 ລ້ານກີບ.

ທີ່ມາ: vte9

Related Articles

Leave a Reply