ລັດມອບກົນຈັກໃຫ້ກຸ່ມຊາວກະສິກອນ ພາຍໃຕ້ໂຄງການສົ່ງເສີມຜະລິດກະສິກໍາເປັນສິນຄ້າ ຢູ່ 3 ເມືອງເປົ້າໝາຍ

ລັດມອບກົນຈັກໃຫ້ກຸ່ມຊາວກະສິກອນ ພາຍໃຕ້ໂຄງການສົ່ງເສີມຜະລິດກະສິກໍາເປັນສິນຄ້າ ຢູ່ 3 ເມືອງເປົ້າໝາຍ

ລັດຖະບານໄດ້ມອບ​ລົດ​ໄຖ​ນາ 8 ຄັນ ແລະ ​ລົດ​ກ່ຽວ​ເຂົ້າຈໍານວນ 2 ຄັນ​ໃຫ້​ແກ່ ກຸ່ມຊາວ​ກະ​ສິກອນ ຢູ່ ​3 ເມືອງ​ ໃນນະຄອນຫຼວງວຽງຈັນຄື : ເມືອງ​ຫາດ​ຊາຍ​ຟອງ (ບ້ານ ນາ​ລ້ອງ, ບ້ານ​ຖີ່ນແທ່ນ ແລະ ​ບ້ານ ໜອງ​ແຫ້ວ), ເມືອງ ໄຊ​ທາ​ນີ ( ບ້ານ ພູ​ຄຳ, ບ້ານ ທ່າ​ສະ​ຫວ່າງ ແລະ ບ້ານ ຫາດວຽງ​ຄຳ), ​ເມືອງ ປາກ​ງື່ມ (ບ້ານ ທ່າ​ເດື່ອ, ​ບ້ານສິງ​ຫອມ, ບ້ານ ພ້າວ, ບ້ານ ໝາກ​ນາວ​ໃຕ້ ແລະ​ ບ້ານ ນາ​ກຸງ) ເພື່ອສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ຢູ່ 3 ເມືອງດັ່ງກ່າວ.

​ພາຫະນະດັ່ງກ່າວນີ້, ລັດຖະບານໄດ້ອອກທຶນ 80% ແລະ 20% ແມ່ນທຶນສົມທົບຂອງຊາວ​ກະ​ສິກອນ​.

ນອກນັ້ນຍັງມີທຶນຈໍານວນໜຶ່ງເພື່ອນຳ​ໃຊ້​ເຂົ້າ​ໃນ​ການ​ຊື້​ແນວ​ພັນ​ພືດ​ທີ່​ຜ່ານ​ການ​ຮັບ​ຮອງ​ມາດ​ຕະ​ຖານ, ຊື້​ອຸ​ປະ​ກອນ , ການ​ຫຸ້ມ​ຫໍ່ ແລະ​ ການ​ເກັບ​ຮັກ​ສາ​ແນວ​ພັນ​ພືດ ແລະ ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ ​ແລະ ​ດຳ​ເນີນ​ວຽກ​ງານ​ຕ່າງໆທີ່​ຈຳ​ເປັນ.

ພິທີມອບພາຫະນະດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າ​ຮ່ວມຂອງຮອງເຈົ້າຄອງນະຄອນຫຼວງວຽງຈັນ, ​ທ່ານ ອາດ​ສະ​ພັງ​ທອງ ສີ​ພັນ​ດອນ, ຕາງໜ້າຈາກພະ​ແນກ ກະ​ສິ​ກຳ ແລະ ປ່າ​ໄມ້ ນະ​ຄອນ​ຫຼວງວຽງ​ຈັນ ແລະ ​ຕາງ​ໜ້າ​ກຸ່ມ​ຊາວ ກະ​ສິກອນ ທັງ 3 ເມືອງ.

ຂ່າວ-​ພາບ: ຄຳ​ພັນ

Related Articles

Leave a Reply