Vientiane Times Lao
ຫວຽດນາມຈະສືບຕໍ່ມອບທຶນການສຶກສາໃຫ້ລາວ 1.100 ທຶນຕໍ່ປີ

ຫວຽດນາມຈະສືບຕໍ່ມອບທຶນການສຶກສາໃຫ້ລາວ 1.100 ທຶນຕໍ່ປີ

ລັດຖະບານລາວ ແລະ ຫວຽດນາມ ຈະສຶບຕໍ່ການຮ່ວມມືກັນທາງດ້ານການ ພັດທະນາການສຶກສາ ແລະ ຊັບພະຍາກອນມະນຸດ ໂດຍຝ່າຍຫວຽດນາມຈະ ມອບທຶນການສຶກສາຈຳນວນ 1.100 ທຶນຕໍ່ປີໃຫ້ນັກສຶກສາລາວ ແລະ ອື່ນໆ.

ເນື່ອງໃນໂອກາດທີ່ ຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາ ທ່ານ ຮອງ ສຈ. ປອ ພຸດ ສິມມາລາວົງ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດສຶກສາ-ວັດທະນທຳ, ສະຖານທູດຫວຽດນາມປະຈຳລາວ ທ່ານ ຫງວຽນ ງອກຖັງ ເນື່ອງໃນໂອກາດທີ່ໄດ້ໝົດວາລະປະຕິບັດໜ້າທີ່ວຽກງານຢູ່ລາວ.

ທ່ານ ຫງວຽນ ງອກຖັງ ໄດ້ກ່າວຕໍ່ທ່ານ ຮອງ ສຈ. ປອ ພຸດ ສິມມາລາວົງວ່າ: ຝ່າຍຫວຽດນາມຈະສືບຕໍ່ໃຫ້ທຶນການສຶກສາແກ່ ສປປ ລາວ ໃນຈຳນວນ 1.100 ທຶນ ຕໍ່ປີ ແລະ ຈະສືບຕໍ່ຊ່ວຍເຫລືອດ້ານການກໍ່ສ້າງ ພື້ນຖານໂຄລ່າງການສຶກສາທີ່ຈຳເປັນ ແລະ ການຮ່ວມມືດ້ານວິຊາການອື່ນໆອີກ.

ອີງຕາມການລາຍງານຂອງກະຊວງໃຫ້ຮູ້ວ່າ: ທຶນທີ່ລັດຖະບານຫວຽດນາມຊ່ວຍໃນແຕ່ລະປີປະກອບມີຫລາຍສາຂາວິຊາຮຽນ ຊຶ່ງມີລະດັບປະລິນຍາຕີ, ຊັ້ນສູງ ແລະ ຝຶກອົບຮົບໄລຍະສັ້ນ.

ຂ່າວ-ພາບ: ແກ້ວວຽງຄອນ ບຸນວິເສດ

Related Articles

Leave a Reply