ການນໍາ ແຂວງສະຫວັນນະເຂດ, ນັກທຸລະກິດ ແລະ ບັນດາຫ້າງຮ້ານຕ່າງໆພາຍໃນ ແຂວງມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ການນໍາ ແຂວງສະຫວັນນະເຂດ, ນັກທຸລະກິດ ແລະ ບັນດາຫ້າງຮ້ານຕ່າງໆພາຍໃນ ແຂວງມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ການນໍາແຂວງສະຫວັນນະເຂດ ນໍາໂດຍເຈົ້າແຂວງສະຫວັນນະເຂດ ທ່ານສັນຕິພາບ ພົມວິຫານ ໄດ້ມອບເຄື່ອງບັນເທົາທຸກ ເພື່ອຊ່ວຍເຫຼືອຜູ້ປະ ສົບໄພນໍ້າຖ້ວມ ຢູ່ໃນຫຼາຍເມືອງ ຂອງແຂວງສະຫວັນນະເຂດໃນຕອນເຊົ້າວັນທີ19 ຕຸລາ ນີ້. ເຄື່ອງທີ່ມອບໃນຄັ້ງນີ້ເປັນການຊ່ວຍເຫຼືອເບື້ອງຕົ້ນ ປະກອບມີເຂົ້າສານ, ອາຫານແຫ້ງ, ນໍ້າດື່ມ ແລະ ເຄື່ອງນຸ່ງຫົ່ມຈໍານວນໜຶ່ງທີ່ແຂວງໄດ້ຊື້ ແລະ ໄດ້ຮັບຈາກການບໍລິຈາກ ແລະ ຊ່ວຍເຫຼືອຈາກສັງຄົມບໍ່ວ່າຈະ ເປັນນັກທຸລະກິດ, ຈາກແມ່ຄ້າຊາວຂາຍພາຍໃນແຂວງສະຫວັນນະເຂດ.

ນອກນັ້ນ, ອໍານາດການປົກຄອງຢູ່ເມືອງຕ່າງໆທີ່ຖືກນໍ້າຖ້ວມກໍ່ໄດ້ໃຫ້ການຊ່ວຍເຫຼືອ ເຄື່ອງບັນເທົາ ທຸກທີ່ຈໍາເປັນຊ່ວຍຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້ເຊັ່ນກັນ.

ສະເພາະເຄື່ອງບັນເທົາທຸກທີ່ຜູ້ປະສົບໄພນໍ້າຖ້ວມໃນແຕ່ລະເມືອງຕ້ອງການຮີບດ່ວນແມ່ນເຂົ້າສານ, ນ້ຳດື່ມ, ຢາປົວພະຍາດ, ນ້ຳມັນ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply