ນັກລົງທຶນຕ່າງປະເທດສໍາປະທານເນື້ອທີ່ດິນລັດແຕ່ບໍ່ປະຕິບັດຕາມສັນຍາຢູ່ແຂວງເຊກອງ

ນັກລົງທຶນຕ່າງປະເທດສໍາປະທານເນື້ອທີ່ດິນລັດແຕ່ບໍ່ປະຕິບັດຕາມສັນຍາຢູ່ແຂວງເຊກອງ

ປະຊາຊົນແຂວງເຊກອງຮຽກຮ້ອງໃຫ້​ລັດຖະບານກວດຄືນກ່ຽວກັບການສໍາປະທານດິນລັດຂອງນັກລົງທຶນຕ່າງປະເທດ ທີ່ມີຫຼາຍກວ່າ 100 ເຮັກຕາພາຍໃນແຂວງຍ້ອນວ່ານັກລົງທຶນບໍ່ປະຕິບັດຕາມສັນຍາຕາມການສະເໜີປູກພຶດປອດສານພິດ ແຕ່ ຫັນໄປປູກພຶດອື່ນແທນ.

ສະມາຊິກ​ສະພາ​ແຫ່ງ​ຊາດ ເຂດ​ເລືອກ​ຕັ້ງ​ທີ 16 ແຂວງ​ເຊ​ກອງ ທ່ານ ພອນ​ເພັດ ຄິວ​ລາ​ວົງ ທັງ​ເປັນ​ປະທານ​ສະພາ​ປະຊາຊົນ​ແຂວງ​ເຊ​ກອງ ໄດ້​ໃຫ້​ສຳພາດຕໍ່ທິມງານວຽງຈັນທາຍທີ່​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ວ່າ: ແຂວງເຊກອງ ກໍ່ເໝືອນກັບແຂວງອື່ນໆໃນຂອບເຂດທົ່ວປະເທດ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງ​ພະ​ຍາດ​ໂຄ​ວິດ -19 ໄດ້ເຮັດໃຫ້ສະພາບໂດຍລວມທົ່ວໄປພາຍໃນແຂວງພົບ​ຄວາມ​ຫຍຸ້ງຍາກ. ບັນຫາພົ້ນເດັ່ນທີ່ປະຊາຊົນໄດ້ສະເໜີອໍານາດການປົກຄອງແຂວງ​ແກ້​ໄຂ​ຫຼາຍ​ກວ່າ​ໝູ່​ແມ່ນ​ການ​ສຳ​ປະທານ​ທີ່​ດິນລັດ​ຂອງນັກລົງທຶນ​ຕ່າງປະເທດທີ່​ຍັງ​ບໍ່​ປະຕິບັດ​ຕາມ​ສັນຍາ ຊຶ່ງປະຊາຊົນ​ຮຽກຮ້ອງ​ໃຫ້​ລັດຖະບານ​ປະ​ເມີນ​ຄືນກ່ຽວກັບ​ການ​ສຳ​ປະທານ​ທີ່​ດິນ​ ທີ່ນັກລົງທຶນໄດ້ສະເໜີ​ປູກ​ພືດ​ປອດ​ສານພິດ ແຕ່​ສຸດ​ທ້າຍ​ພັດ​ປູກ​ໝາກ​ນ໋ອດ, ໝາກອຶ, ໝາກເຜັດ, ປູກ​ກ້ວຍ, ໝາກ​ມັງກອນ ທີ່ໃຊ້ສານເຄມີ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງກັບການສໍາປະທານດິນ ລັດ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply