ເຈົ້າໜ້າທີ່ພະແນກຕຳຫຼວດປ້ອງກັນເສດຖະກິດ ປກສ ນະຄອນຫຼວງວຽງຈັນ ໄດ້ກັກຕົວເປົ້າໝາຍແກ້ງນັກພະນັນ ແລະ ສະແກມເມີ 28 ຄົນ (ຍິງ 9 ຄົນ) ຢູ່ບ້ານ ວັດໄຕນ້ອຍທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຂດຕະຫຼາດຊັງຈຽງ ແລະ ສ່ວນໜຶ່ງຫຼົບໜີ.
ການລົງມ້າງກຸ່ມແກ້ງດັ່ງກ່າວ ໃນຄັ້ງນີ້ ລວມມີ 3 ຈຸດຄື: ຈຸດທີ 1 ຢູ່ຫ້ອງ C8502, ພົບເຫັນພວກກ່ຽວກຳລັງຫຼິ້ນການພະນັນ ແລະ ຖ່າຍທອດສົດອອນລາຍຫຼິ້ນໄພ້ນົກກະຈອກເທບ ສາມາດກັກຕົວເປົ້າໝາຍໄດ້ 28 ຄົນ (ຍິງ 9 ຄົນ), ສັນຊາດຈີນ (ມີໜັງສືຜ່ານແດນ 1 ຄົນ, ບໍ່ມີໜັງສືຜ່ານແດນ 27 ຄົນ); ຍຶດເຄື່ອງຂອງກາງໄດ້ໂນດບຸກ 1 ໜ່ວຍ, ໂທລະສັບ 45 ໜ່ວຍ, ໂຕະພະນັນ 3 ໜ່ວຍ, ໜັງສືຜ່ານແດນ 2 ຫົວ (ບໍ່ແມ່ນຂອງຜູ້ຖືກສົງໄສທີ່ເຈົ້າໜ້າທີ່ກັກຕົວ) ແລະ ຊິບຫຼຽນພະນັນຈຳນວນໜຶ່ງ; ຈຸດທີ 2 ຢູ່ຫ້ອງ E8506 ຜູ້ຖືກສົງໄສແກ້ງຄໍເຊັນເຕີເປັນຄົນຈີນ ໄດ້ເອົາຕົວຫຼົບໜີ ແຕ່ສາມາດຍຶດເຄື່ອງຂອງອຸປະກອນໄດ້ໂທລະສັບ 30 ໜ່ວຍ, ຄອມພິວເຕີ 14 ໜ່ວຍ, ໂນດບຸກ 1 ໜ່ວຍ, ຫົວກະຈາຍວາຍຟາຍ (Wi-Fi) 3 ໜ່ວຍ ແລະ ຈຸດທີ 3 ຢູ່ຫ້ອງ B233ຜູ້ຖືກສົງໄສແກ້ງສະແກມເມີ (Scammer) ຄົນຫວຽດນາມ ສ້າງເຟສບຸກປອມເພື່ອສໍ້ໂກງ ຈຳນວນ 10 ຄົນ (ຍິງ 2 ຄົນ) ໄດ້ເອົາຕົວຫຼົບໜີ ແຕ່ສາມາດຍຶດເຄື່ອງຂອງກາງໄດ້ຄື: ບັດແຮງງານຂອງປະເທດກຳປູເຈຍ ອອກຊື່ຄົນຫວຽດນາມ ຈຳນວນ 10 ບັດ, ຄອມພິວເຕີ 25 ໜ່ວຍ, ໂນດບຸກ 7 ໜ່ວຍ, ໂທລະສັບ 22 ໜ່ວຍ, ປິ່ນເຕີ 1 ໜ່ວຍ, ຫົວວາຍຟາຍ 1 ໜ່ວຍ, ແປ້ນພິມຄີບອດ 27 ອັນ, ໂຕະ 15 ໜ່ວຍ, ຕັ່ງ 30 ໜ່ວຍ.
ປັດຈຸບັນ, ເຈົ້າໜ້າທີ່ພະແນກຕຳຫຼວດປ້ອງກັນເສດຖະກິດ ໄດ້ກັກຕົວເປົ້າໝາຍໄປຄຸມຂັງຊົ່ວຄາວ ຢູ່ຫ້ອງຕຳຫຼວດປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ເພື່ອສືບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການ.
ທີ່ມາ: ປກສ ນະຄອນຫຼວງວຽງຈັນ

