ລາວ-ມຽນ ມາ ແລກປ່ຽນເອກະສານຮ່ວມ 2 ສະບັບ

ລາວ-ມຽນ ມາ ແລກປ່ຽນເອກະສານຮ່ວມ 2 ສະບັບ

ສປປ ລາວ ແລະ ສສ ມຽນມາ ໄດ້ແລກປ່ຽນ ເອກະສານຮ່ວມມື 2 ສະບັບກ່ຽວກັບບົດບັນ ທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວລະຫວ່າງກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງ ສປປ ລາວ ແລະ ກະຊວງໂຮງແຮມ, ການທ່ອງທ່ຽວ ແລະ ວັດທະນະທຳແຫ່ງ ສສ ມຽນມາ ແລະ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການສ້າງນະຄອນມິດຕະພາບລະຫວ່າງ ນະຄອນຫຼວງວຽງຈັນ ສປປ ລາວ ແລະ ນະຄອນຫຼວງເນປີດໍ ສສ ມຽນມາ.

ການເຊັນບົດບັນທຶກດັ່ງກ່າວໄດ້ຈັດຂຶ້ນເມື່ອມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ມິນ ອອງ ລາຍ ປະທານາທິບໍດີແຫ່ງ ສສ ມຽນ ມາ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 3-5 ກໍລະກົດ 2026 ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ (12/7/1955-12/7/ 2025) ກໍຄືເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນໃກ້ຊິດຖານປະ ເທດໃກ້ຄຽງທີ່ດີ ລະຫວ່າງ ສອງປະເທດ.

ທີ່ມາແຫຼ່ງຂໍ້ມູນ: ຂ່າວ: ກຕທ

Related Articles

Leave a Reply