ສານປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຕັດສິນຄະດີສໍ້ລາດບັງຫຼວງ 4 ຄະດີ ເມື່ອມໍ່ໆມານີ້ ມີຈຳເລີຍ ທັງໝົດ 17 ຄົນ (ຍິງ 2 ຄົນ) ລວມມີອະດີດພະນັກງານລັດຂັ້ນສູງ ແລະ ນັກທຸລະກິດ.
4 ຄະດີ ດັ່ງກ່າວລວມມີຄະດີທີການສໍ້ລາດບັງຫຼວງ ຢູ່ກະຊວງການຕ່າງປະເທດ ຈໍາເລີຍຫຼັກ ນາງ ສຸກຄຸນຄໍາ ອະດີດພະນັກງານກະຊວງການຕ່າງປະເທດ ຂໍ້ຫາສໍ້ລາດບັງຫຼວງ ແລະ ປອມແປງເອກະສານ ຄຳຕັດສິນລົງໂທດຈຳຄຸກຕະຫຼອດຊີວິດ ພ້ອມປັບໃໝເງິນ ການຊົດໃຊ້ຕ້ອງໃຊ້ແທນເງິນຄືນ ໃຫ້ກະຊວງການຕ່າງປະເທດ (ໂຈດທາງແພ່ງ) ເງິນ 6,5 ລ້ານບາດ (ສະກຸນເງິນໄທ) ; ຄະດີການຮັບ-ໃຫ້ສິນບົນໃນກຸ່ມອະດີດພະນັກງານລັດຂັ້ນສູງ ຈຳເລີຍອະດີດພະນັກງານຂັ້ນສູງ ຈາກອົງການກວດກາແຫ່ງລັດ ທະນາຄານແຫ່ງ ສປປ ລາວ (ທຫລ) ກົມກວດກາພັກ ແລະ ພາກສ່ວນອື່ນໆ ລວມ 8 ຄົນ ຂໍ້ຫາຮັບສິນບົນ ໃຫ້ສິນບົນ ສວຍໃຊ້ຖານະຕຳແໜ່ງ ແລະ ເປັນສື່ກາງ ຄຳຕັດສິນຈຳຄຸກຕະຫຼອດຊີວິດມີທ້າວ ສີທອນ ອະດີດຫົວໜ້າກົມ ອົງການກວດກາແຫ່ງລັດ ແລະ ທ້າວ ອ໋ອດ ອະດີດຫົວໜ້າກົມ ທຫລ ຄຳຕັດສິນຈຳຄຸກອື່ນໆ ຈຳຄຸກ 12 ປີ 3 ຄົນ ຈຳຄຸກ 2 ປີ 2 ຄົນ (ປ່ອຍ ຕົວພາງແລ້ວ), ສຳລັບ ທ້າວ ທອງເພັດ ແມ່ນໃຫ້ປະຕິບັດໂທດຕະຫຼອດຊີວິດ ຕາມຄຳຕັດສິນໃນຄະດີທີ 4 ການຢຶດຊັບ ສານສັ່ງຮິບເງິນສົດ ທີ່ໄດ້ຈາກການກະທຳຜິດຫຼາຍແສນໂດລາສະຫະລັດ ລົດຫຼູ (Benz Audi) ແລະ ທີ່ດິນ ເຂົ້າເປັນຂອງລັດ; ຄະດີການສໍ້ໂກງຊັບທະນາຄານສົ່ງເສີມກະສິກໍາ ຈໍາເລີຍພະ ນັກງານລັດ ແລະ ນັກທຸລະກິດ ລວມ 4 ຄົນ ຂໍ້ຫາສໍ້ໂກງຊັບຂອງລັດ ສໍ້ລາດບັງຫຼວງ ໃຫ້ສິນບົນ ແລະ ປອມແປງເອກະສານ ຄຳຕັດສິນຈຳຄຸກຕະຫຼອດຊີວິດມີທ້າວ ວຽງສຸກ ສິມມະກອນ ແລະ ທ້າວ ບຸນລ້ອມ (ພະນັກງານ) ຄຳຕັດສິນຈຳຄຸກອື່ນໆ.
ທ້າວ ດວງຕາ (ນັກທຸລະກິດ) ຈຳຄຸກ 10 ປີ ສ່ວນ ນາງ ຄຳແພງ ຈຳຄຸກ 2 ປີ (ໄດ້ຮັບການຫຼຸດຜ່ອນໂທດຍ້ອນມີຄວາມຈິງໃຈຊ່ວຍຊົດໃຊ້ຄ່າເສຍຫາຍບາງສ່ວນແລ້ວ) ການປັບໃໝ ໄດ້ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ ( 14,3 ຕື້ກວ່າກີບ ) ແລະ ປັບໃໝສອງເທົ່າ ຂອງມູນຄ່າສິນບົນສຳລັບຜູ້ທີ່ໃຫ້ສິນບົນ ແລະ ຄະດີການສໍ້ລາດບັງຫຼວງໂຄງການເຂື່ອນໄຟຟ້າ (ລັດວິສາຫະ ກິດໄຟຟ້າລາວ -EDL) ຈໍາເລີຍທ້າວ ອາພິຊາດ (ນັກທຸລະ ກິດໄທ) ແລະ ອະດີດຜູ້ບໍລິຫານລະດັບສູງຂອງລັດວິສາ ຫະກິດ EDL ອີກ 4 ຄົນ (ລວມມີ ທ້າວ ທອງເພັດ, ທ້າວ ພອນວິໄຊ, ທ້າວ ສາຍສະໜິດ ແລະ ທ້າວ ຄຳບົນ).
ຂໍ້ຫາສໍ້ໂກງຊັບຂອງລັດ ສວຍໃຊ້ຖານະຕຳແໜ່ງ ໃຫ້ ແລະ ຮັບສິນບົນ ຄຳຕັດສິນຈຳຄຸກລົງໂທດຈຳຄຸກຕະຫຼອດຊີວິດທັງ 5 ຄົນ ການຊົດໃຊ້ນັກທຸລະກິດໄທ (ຈຳເລີຍ 1) ຕ້ອງໃຊ້ແທນຄ່າເສຍຫາຍ ລວມກວ່າ 24,8 ລ້ານໂດລາສະຫະລັດ ໃຫ້ລັດວິສາຫະກິດ EDL ການຢຶດ ແລະ ອາຍັດຊັບ ສິນ ປະກາດຂາຍຊັບສິນ (ບັນຊີເງິນຝາກ 10 ບັນຊີ ທີ່ດິນ 11 ຕອນ ແລະ ລົດ) ຂອງນັກທຸລະກິດໄທ ແລະ ພັນລະຍາ ເພື່ອຊົດໃຊ້, ຖ້າມູນຄ່າບໍ່ພຽງພໍ ແມ່ນໃຫ້ອາຍັດຊັບສິນ ຂອງ ອະດີດພະນັກງານລັດວິສາຫະກິດ EDL ທັງ 4 ຄົນມາຂາຍໃຊ້ແທນຕື່ມ ພ້ອມທັງຮິບເງິນສິນບົນ ຫຼາຍກວ່າ 1 ລ້ານໂດລາສະຫະລັດ ເຂົ້າເປັນຂອງລັດ.
ທີ່ມາ: ຄວາມສະຫງົບ

