ເປັນຫຍັງຄົນລາວຍັງນິຍົມສິນຄ້ານໍາເຂົ້າທັງໆທີ່ສິນຄ້າບາງຢ່າງຂອງຄົນລາວຄຸນນະພາບເທົ່າທຽມກັນ ຫຼື ດີກວ່າຊໍ້າ ນອກນັ້ນລາຄາຍັງຖືກກວ່າ ແລະ ເປັນຜະລິດຕະພັນທີ່ຄົນລາວຜະລິດເອງ? ນີ້ອາດເປັນຄໍາຖາມທີ່ຜູ້ປະກອບການພາຍໃນທຸກໆທ່ານຢາກຕັ້ງຄໍາຖາມໄປເຖິງຜູ້ທີ່ນິຍົມສິນຄ້ານໍາເຂົ້າ ຫຼື ສິນຄ້າຕ່າງປະເທດ.
ບໍລິສັດ ເອັສອີເອັສ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ເປັນບໍລິສັດທີ່ຜະລິດໝໍໍ້ແປງໄຟຟ້າຍີ່ຫໍ້ SK ຢູ່ບ້ານໂພນສະອາດ ເມືອງປາກຊັນ ແຂວງບໍລິຄຳໄຊ ກໍ່ເປັນບໍລິສັດໜຶ່ງທີ່ໄດ້ຮັບຜົນກະທົບຈາກໝໍ້ແປງນໍາເຂົ້າ.
ທ່ານ ໄຊຍະເພັດ ຈັນທິສອນ ປະທານບໍລິສັດ ເອັສອີເອັສ ໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ເພື່ອໃຫ້ຄົນລາວຫັນມາໃຊ້ຜະລິດຕະພັນພາຍໃນ ທີ່ຜະລິດຈາກສີມືຂອງຄົນລາວ ທີ່ມີຄຸນນະພາບເທົ່າທຽມຂອງຕ່າງປະເທດ ແລະ ມີຄາຄາຖືກກວ່າຈຶ່ງໄດ້ຜະລິດໝໍ້ແປງໄຟ ຍີ່ຫໍ້ SK ນັບແຕ່ປີ 2014 ເປັນຕົ້ນມາໂດຍເລີ່ມຕັ້ງແຕ່ການອອກແບບ, ການຜະລິດ, ການກວດສອບ ຈົນເຖິງການຕິດຕັ້ງໃຊ້ງານ ແລະ ການບຳລຸງຮັກສາ ຊຶ່ງເປັນບໍລິສັດ ທີ່ຜະລິດໝໍ້ແປງໄຟຟ້າແຫ່ງທຳອິດຂອງປະເທດລາວເຮົາ ທີ່ໄດ້ຄຸນນະພາບ ແລະ ໄດ້ຮັບມາດຕະຖານ ISO 9001-2015 ແຕ່ເມື່ອຜະລິດແລ້ວການຈໍາໜ່າຍຍັງບໍ່ໄດ້ຫຼາຍເທົ່າທີ່ຄວນຍ້ອນ ວ່າຍັງມີຄົນລາວຈໍານວນຫຼາຍທີ່ຍັງໄປນິຍົມໝໍ້ແປງນໍາເຂົ້າ.
ທ່ານ ໄຊຍະເພັດ ໄດ້ກ່າວຕື່ມວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ກາຍເປັນແວ່ນເຍືອງສະທ້ອນໃຫ້ເຫັນເຖິງສະພາບການຜະລິດພາຍໃນໄດ້ເປັນຢ່າງດີ ຜ່ານມາສິນຄ້າສ່ວນຫຼາຍແມ່ນນຳເຂົ້າ ຈາກຕ່າງປະເທດ, ປັດຈຸບັນເຖິງເວລາແລ້ວ ຫຼື ຍັງທີ່ຄົນລາວຈະຫັນມາຊົມໃຊ້ສິນຄ້າທີ່ຜະລິດຢູ່ພາຍໃນໃຫ້ຫຼາຍຂຶ້ນເພື່ອສ້າງເສດຖະກິດໃຫ້ກັບ ສປປ ລາວ ເຮົາໃຫ້ເຂັ້ມແຂງເພາະເປົ້າໝາຍໃນການຜະລິດໝໍ້ແປງໄຟຟ້າ ຍີ້ຫໍ້ SK ແມ່ນເພື່ອຢາກໃຫ້ຄົນລາວເຮົາມີຜະລິດພັນເປັນຂອງຕົນເອງ ໂດຍບໍ່ຈຳເປັນຕ້ອງນຳເຂົ້າຈາກຕ່າງປະເທດ ເພາະຄຸນນະພາບກໍ່ເທົ່າທຽມ ແລະ ລາຄາຍັງຖືກກວ່າ ໂດຍມີຂະໜາດແຕ່ 30 KVA-250 KVA ແລະ ມີການຮັບປະກັນຫຼັງການຂາຍເຖິງ 3 ປີ. ສະນັ້ນໃນນາມຜູ້ປະກອບການພາຍໃນຢາກຮຽກຮ້ອງໃຫ້ພາກລັດ ແລະ ຄົນລາວຫັນມາສົ່ງເສີມສິນຄ້າພາຍໃນໃຫ້ຫຼາຍຂຶ້ນກວ່າເພື່ອສ້າງຖານເສດຖະກິດຂອງປະເທດລາວໃຫ້ເຂັ້ມແຂງ.
ຂ່າວ: ວຽງຈັນທາຍ

