ການຄ້າມະນຸດ ຫຼື ກຸ່ມແກ້ງນາຍໜ້າຄ້າມະນຸດ ແມ່ນໜຶ່ງໃນຫຼາຍປະກົດການຫຍໍ້ທໍ້ ຢູ່ໃນປະເທດລາວທີ່ຍັງແກ້ໄຂບໍ່ຕົກ.
ໃນໄລຍະຕົ້ນປີ 2026, ເຈົ້າໜ້າທີ່ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ: ມີຂະບວນການນາຍໜ້າມາຕິດຕໍ່, ຂົນຂວາຍ ແລະ ຊັກຊວນ ເອົາຍິງສາວລາວໄປແຕ່ງດອງກັບຄົນຕ່າງປະເທດແບບບໍ່ຖືກຕ້ອງ ຈາກນັ້ນ ເຈົ້າໜ້າທີ່ ຈຶ່ງໄດ້ຄົ້ນຄວ້າຂໍ້ມູນເອກະສານ, ລົງຕິດຕາມ, ພິສູດຕາມຫຼັກການວິຊາສະເພາະ, ມາຮອດວັນທີ 27 ກຸມພາ 2026 ຈຶ່ງສາມາດກັກຕົວເປົ້າໝາຍຈໍານວນ 03 ຄົນ (ເປັນຍິງທັງໝົດ) ມາດຳເນີນການສືບສວນ-ສອບສວນ ແລະ ປັດຈຸບັນຍັງສືບຕໍ່ຂະຫຍາຍຜົນຫາກຸ່ມແກ້ງຂະບວນການດັ່ງກ່າວມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ຕໍ່ກັບບັນຫາດັ່ງກ່າວ, ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າ, ບຸກຄົນໃດຫາກມີພຶດຕິກຳເປັນນາຍໜ້າ ແມ່ນໃຫ້ຢຸດເຊົາ ແລະ ຈົ່ງຊ່ວຍກັນມີສະຕິລະວັງຕົວປ້ອງກັນຕົນເອງ ແລະ ຄອບຄົວ ບໍ່ໃຫ້ຖືກຕົວະຍົວະຫຼອກລວງ, ບັງຄັບ, ຜູກມັດດ້ວຍໜີ້ສິນ ເຊິ່ງເປັນເລ່ລ່ຽມ ແລະ ວິທີການຂອງຂະບວນການຄ້າມະນຸດ ທີ່ມາຊັກຊວນໃຫ້ລູກຫຼານຂອງທ່ານໄປແຕ່ງດອງກັບຄົນຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມກົດໝາຍ. ເມື່ອທ່ານພົບເຫັນ ຫຼື ສົງໄສເຫດການດັ່ງກ່າວ ໃຫ້ແຈ້ງຂໍ້ມູນມາຫາເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີສາຍດ່ວນ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ 1300 ແລະ ເບີວັອດແອັບ 020 22881300
ຂ່າວ : ແສງຄຳ ສຸດທະສັກ

