ການກໍ່ສ້າງສະຖານີລົດໄຟ ວຽງຈັນໃຕ້ ຢູ່ເຂດທ່ານາແລ້ງ ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ ມີຄວາມຄືບໜ້າຫຼາຍ ເຖິງວ່າ ຈະມີການອອກແບບ ແລະ ສຳຫຼວດຄືນໃໝ່ ຫຼັງຈາກທີ່ລັດຖະບານ ຮຽກຮ້ອງໃຫ້ມີ ການ ຍົກຍ້າຍແຜນການກໍ່ສ້າງໂຄງການດັ່ງກ່າວຢູ່ ເຂດບ້ານໂຊກ ຖະໜົນ 450 ປີ ໃກ້ກັບ ເຂດເສດຖະກິດກວມລວມໄຊເຊດຖາ.
ສະຖານີລົດໄຟວຽງຈັນໃຕ້ ແມ່ນນອນຢູ່ໃນໂຄງການ ທາງລົດໄຟລາວ-ຈີນ ຈາກບໍ່ເຕັນ ແຂວງ ຫຼວງນ້ຳທາ ຫາ ນະຄອນຫຼວງວຽງຈັນ. ໂຄງການນີີ້ເປັນສັນຍາລັກອັນສຳຄັນ ທີ່ເປັນປະຫວັດສາດການຮ່ວມ ມືລະຫວ່າງ ສອງປະ ເທດລາວ-ຈີນ.
ທ່ານ ຊ່ຽວ ຊຽນເຫວີນ ຜູ້ອຳນວຍການ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ລາຍງານຕໍ່ທີມງານຂ່າວໜັງສືພິມວຽງຈັນທາຍ ເມື່ອບໍ່ດົນມານີ້ວ່າ: ພວກເຮົາໄດ້ປະຕິບັດຕາມການແນະນຳຂອງລັດຖະບານ ໃຫ້ຍົກຍ້າຍແຜນການກໍ່ສ້າງ ສະຖານີລົດໄຟ ວຽງຈັນໃຕ້ ຈາກເຂດຖະໜົນ 450 ປີ ໄປກໍ່ສ້າງຢູ່ເຂດ ທ່ານາແລ້ງ ເພາະວ່າ ເຂດນັ້ນມີດິນຂອງລັດ. ບໍລິສັດພວກຂ້າພະເຈົ້າ ກໍ່ໄດ້ດຳເນີນການສຳຫຼວດ ອອກແບບຄືນໃໝ່ທັງໝົດ ແລະ ການກໍ່ສ້າງ ໄດ້ເລີ່ມລົງມືໃນປີ 2020 ເຖິງວ່າ ການກໍ່ສ້າງຫາກໍ່ລິເລີ່ມ ແຕ່ມີຄວາມວ່ອງໄວ ແລະ ມີຄວາມຄືບໜ້າໄວຫຼາຍ.
ທ່ານ ຊ່ຽວ ຊຽນເຫວີນ ກ່າວຕື່ມວ່າ: ລັດຖະບານ ໄດ້ໃຫ້ຄວາມຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກ ໃນການ ກໍ່ສ້າງ ສະຖານີລົດໄຟ ວຽງຈັນໃຕ້ ແຕ່ຍັງມີບາງສິ່ງບາງຢ່າງຍັງຫຍຸ້ງຍາກທີ່ຈະຕ້ອງໄດ້ເລັ່ງແກ້ໄຂ ເພື່ອບໍ່ໃຫ້ມີຜົນກະທົບ ຕໍ່ແຜນເປີດການແລ່ນລົດໄຟ ຢ່າງເປັນທາງການ ໃນວັນທີ 2 ທັນວາ ປີ 2021.
ການຍົກຍ້າຍໂຄງການ ກໍ່ສ້າງສະຖານີລົດໄຟ ວຽງຈັນໃຕ້ ໄປເຂດທ່ານາແລ້ງ ເຮັດໃຫ້ໄລຍະທາງລົດໄຟ ທັງໝົດ ແຕ່ບໍ່ເຕັນ ຫາ ນະຄອນຫຼວງວຽງຈັນ ເພີ່ມຂຶ້ນ. ຄວາມຍາວຂອງທາງລົດໄຟ 409 ກມ ແມ່ນຄວາມຍາວເສັ້ນທາງລົດໄຟຈາກ ບໍ່ເຕັນ-ສະຖານີນະຄອນຫຼວງວຽງຈັນ (ສະຖານີໂດຍສານ), ສ່ວນ 414 ກິໂລແມັດແມ່ນຄວາມຍາວເສັ້ນທາງລົດໄຟຈາກບໍ່ເຕັນ-ສະຖານີວຽງຈັນໃຕ້ໃນການອອກແບບເບື້ອງຕົ້ນ (ເຊິ່ງຕາມເດີມກໍໄດ້ມີແຜນຈະສ້າງຢູ່ແລ້ວ), ຕໍ່ມາໄດ້ມີການຍ້າຍສະຖານີວຽງຈັນໃຕ້ໄປຢູ່ ເຂດທ່ານາແລ້ງ ຈຶ່ງເຮັດໃຫ້ຄວາມຍາວເສັ້ນທາງລົດໄຟທັງໝົດແມ່ນ 422,4 ກິໂລແມັດ. ຄວາມຍາວດັ່ງກ່າວ ຍັງບໍ່ໄດ້ລວມ ກັບທາງລົດໄຟຍ່ອຍ ທີ່ເປັນລາງສໍາລັບບ່ອນສັບປ່ຽນລົດ ແລະ ປ່ຽນເຄື່ອງຂອງຕ່າງໆ. ອີງຕາມການລາຍງານ ຂອງ ທ່ານ ຜູ້ອຳນວຍ ການບໍລິສັດ ທາງລົດໄຟ ລາວ-ຈີນ ຈຳກັດ.
ວຽກງານວາງລາງຂອງໂຄງການລົດໄຟລາວ-ຈີນ ຈາກ ບໍ່ເຕັນ-ສະຖານີນະຄອນຫຼວງວຽງຈັນ ແມ່ນຈະໃຫ້ສຳເລັດທັງໝົດ ພາຍໃນທ້າຍ ເດືອນພຶດສະພາ ເຖິງ ເດືອນມີຖຸນາ ຄາດວ່າ ຈະເລີ່ມຕົ້ນກວດຄຸນນະພາບຂອງໂຄງການ ແຕ່ເດືອນ ມີຖຸນາ-ກັນຍາ ແລະ ທົດລອງແລ່ນລົດ ແຕ່ເດືອນ ກັນຍາ ຫາ ເດືອນ ຕຸລາ, ສຳລັບການກໍ່ສ້າງໄລຍະທາງສະຖານີວຽງຈັນໃຕ້ຫາສະຖານີວຽງຈັນແມ່ນຈະພະຍາຍາມໃຫ້ສາມາດທົດລອງແລ່ນລົດພ້ອມກັບໄລຍະທາງແຕ່ບໍ່ເຕັນ-ສະຖານີນະຄອນຫຼວງວຽງຈັນ.
ບໍລິສັດ ຈະຍື່ນເອກະສານ ລາຍງານກ່ຽວກັບຜົນສຳເລັດຂອງໂຄງການໃຫ້ລັດຖະບານ ຢ່າງຊ້າສຸດບໍ່ໃຫ້ກາຍວັນທີ 2 ເດືອນພະຈິກ ເພື່ອຮັບຮອງ ແລະ ເປີດພິທີນຳໃຊ້ ບໍລິການທາງລົດໄຟ ຢ່າງເປັນທາງການ ໃນ ວັນທີ 2 ທັນວາ 2021.
ນອກຈາກຮັບຜິດຊອບວຽກງານການກໍ່ສ້າງແລ້ວ ບໍລິສັດກໍ່ກຳລັງກະກຽມສ້າງລະບຽບ ການຕ່າງໆ ແລະ ກະກຽມພິທີເປີດນຳໃຊ້ ທາງລົດໄຟຢ່າງເປັນທາງການຕື່ມອີກ.
ຂ່າວ-ພາບ: ມະນີຈັນ ປານສີວົງໄຊ

