ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ໄດ້ລາຍງານສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ໃນລາວ ແລະ ທົ່ວໂລກເມື່ອວັນທີ 5 ພຶດສະພາ 2021 ນີ້ໃຫ້ຮູ້ວ່າ: ສະເພາະການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນລາວຮອດວັນທີ 5 ພຶດສະພາ 2021 ນີ້ມີຜູ້ຕິດເຊື້ອສະສົມຈາກພະຍາດດັ່ງກ່າວນີ້ ແລ້ວ 1.072 ຄົນ ໃນນີ້ປິ່ນປົວຫາຍດີແລ້ວ 99 ຄົນ ແລະ ຍັງນອນປິ່ນປົວຢູ່ໂຮງໝໍຈໍານວນ 973 ຄົນ ຊຶ່ງຢູ່ນະຄອນຫຼວງວຽງຈັນ 586 ຄົນ (ພົບໃໝ່ມື້ວັນທີ 4 ພຶດສະພາ 19 ), ແຂວງຈຳປາສັກ 157 ຄົນ (ໃໝ່ 6), ສຳລັບຄົນເຈັບແຂວງເຊກອງ ແມ່ນນອນປິ່ນປົວຢູ່ແຂວງຈຳປາສັກ, ແຂວງບໍ່ແກ້ວ 133 ຄົນ (ໃໝ່ 15), ແຂວງສະຫວັນນະເຂດ 38 ຄົນ (ໃໝ່ 6) ແລະ ແຂວງຫຼວງພະບາງ 13 ຄົນ, ແຂວງວຽງຈັນ 14 ຄົນ, ແຂວງສາລະວັນ 7 ຄົນ, ແຂວງຫຼວງນ້ຳທາ 6 ຄົນ, ແຂວງອຸດົມໄຊ 8 ຄົນ, ແຂວງຜົ້ງສາລີ 3 ຄົນ, ແຂວງໄຊຍະບູລີ 3 ຄົນ, ແຂວງບໍລິຄຳໄຊ 3 ຄົນ, ແຂວງຄຳມ່ວນ 1 ຄົນ ແລະ ແຂວງຊຽງຂວາງ 1 ຄົນ.
ທ່ານ ດຣ. ລັດສະໝີ ໃຫ້ຮູ້ຕື່ມວ່າ: ພະຍາດ ໂຄວິດ-19 ໃນທົ່ວໂລກຮອດປະຈຸບັນມີການລາຍງານຕົວເລກຜູ້ຕິດເຊື້ອສະສົມທັງໝົດ 154.944.819 ຄົນ, ເສຍຊິວິດສະສົມ 3.239.691 ຄົນ ແລະ ປີ່ນປົວຫາຍດີ 133.047.910 ຄົນ, ປະເທດອາເມຣິກາ ຍັງເປັນອັນດັບໜຶ່ງທີ່ມີຜູ້ຕິດເຊື້ອສະສົມເກືອບ 33 ລ້ານ ຄົນ ແລະ ເສຍຊີວິດສະສົມຫຼາຍກວ່າ 592.306 ຄົນ, ອັນດັບສອງ ແມ່ນປະເທດ ອິນເດຍ ມີຜູ້ຕິດເຊື້ອສະສົມ ເກືອບ 20 ລ້ານຄົນ ແລະ ເສຍຊີວິດສະສົມ 226.169 ຄົນ.

