ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງ ຖວທ ແລະ ທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ ໄດ້ອອກພັກການ-ຮັບອຸດໜູນບໍານານແລ້ວ ໂດຍມີພິທີປະກາດ ໃນວັນທີ 10 ມິຖຸນາ 2021 ທີ່ຜ່ານມາ ຢູ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງ ຖວທ.
ເນື່ອງໃນໂອກາດດັ່ງກ່າວນີ້, ທ່ານ ນາງ ສວນສະຫວັນ ວິຍະເກດໄດ້ໃຫ້ກຽດໂອລົມໂດຍມີເນື້ອໃນບາງຕອນທີ່ສຳຄັນວ່າ: ທັງ 3 ທ່ານ ທີ່ອອກພັກການ-ຮັບອຸດໜູນບໍານານໃນຄັ້ງນີ້ ສາມາດເວົ້າໄດ້ວ່າເປັນຮຸ່ນບຸກ ເບີກໃນວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໃນໄລຍະໃໝ່ຂອງລາວເຮົາ, ທັງ 3 ທ່ານ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຕາມທີ່ພັກ ແລະ ລັດຖະບານມອບໝາຍໃຫ້ຢ່າງໄດ້ຮັບຜົນສຳເລັດ ແລະ ປະກອບສ່ວນສໍາຄັນເຮັດໃຫ້ວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ ໄດ້ຮັບການພັດທະນານັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊີ່ງກາຍເປັນບົດຮຽນສຳຄັນໃຫ້ແກ່ຄົນຮຸ່ນ ໃໝ່ໄດ້ສືບທອດ ແລະ ຮໍ່າຮຽນເອົາເປັນແບບຢ່າງ.