ອົງການປົກຄອງແຂວງໄຊສົມບູນ ຮ່ວມກັບ ບໍລິສັດ CK ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ແລະ ບໍລິສັດ ໄທຢຸ້ຍ (ລາວ) ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແຮ່ຄໍາ, ແຮ່ເຫຼັກ ແລະ ແຮ່ຕິດພັນ ຢູ່ເຂດບ້ານວັງໄຮ, ບ້ານປາກຍອງ ແລະ ບ້ານຄອນຊະນະ ເມືອງທ່າໂທມ ແລະ ເຂດບ້ານນ້ຳຊານ ເມືອງລ້ອງແຈ້ງ ໂດຍເຂົ້າຮ່ວມພິທີເຊັນຍາໂຄງການດັ່ງກ່າວ ຂອງທ່ານ ພົຕ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເມື່ອວັນທີ 18 ມິຖຸນາ ຜ່ານມານີ້ ທີ່ສະໂມສອນເມືອງອານຸວົງ.
ອີງຕາມບົດບັນທຶກດັ່ງກ່າວ, ບໍລິສັດ CK ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ແລະ ບໍລິສັດ ໄທຢຸ້ຍ (ລາວ) ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ ຈະຕ້ອງໄດ້ຈັດຕັ້ງປະຕິບັດບັນດາໜ້າວຽກ ໃນໄລຍະເວລາຂອງບົດບັນທຶກ ກໍານົດແມ່ນ 24 ເດືອນ ຄື: ຊອກຄົ້ນ, ສໍາຫຼວດແຮ່ທາດຕ່າງໆ, ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແລະ ສຶກສາຜົນກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ ໂດຍທັງສອງບໍລິສັດວາງເງິນຄໍ້າປະກັນໄລຍະເວລາປະຕິບັດໂຄງການດັ່ງກ່າວ ຜູ້ລະ 100.000 ໂດລາ ສະຫະລັດ.
ໃນນີ້ ໂຄງການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແຮ່ຄໍາ,ແຮ່ເຫຼັກ ແລະ ແຮ່ຕິດພັນ ຢູ່ເຂດບ້ານວັງໄຮ, ບ້ານປາກຍອງ ແລະ ບ້ານຄອນຊະນະ ເມືອງທ່າໂທມ ໃນເນື້ອທີ່ 108,88 ກິໂລຕາແມັດ ແມ່ນຂອງບໍລິສັດ CK ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ແລະ ໂຄງການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແຮ່ຄໍາ,ແຮ່ເຫຼັກ ແລະ ແຮ່ຕິດພັນ ຢູ່ເຂດບ້ານນ້ຳຊານ ເມືອງລ້ອງແຈ້ງ ໃນເນື້ອທີ່ 81,36 ກິໂລຕາແມັດ ແມ່ນຂອງບໍລິສັດ ໄທຢຸ້ຍ (ລາວ) ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ.
ຂໍ້ມູນຂ່າວ: ພຸດທະສອນ