Vientiane Times Lao
ສະມາຄົມການຄ້າ ICT Lao ມອບອຸປະກອນ ການແພດ ໃຫ້ກະຊວງສາທາລະນະສຸກ

ສະມາຄົມການຄ້າ ICT Lao ມອບອຸປະກອນ ການແພດ ໃຫ້ກະຊວງສາທາລະນະສຸກ

ສະມາຄົມການຄ້າ ICT Lao ໄດ້​ມອບ​ອຸ​ປະ​ກອນ​ ການ​ແພດ ເພື່ອປ້ອງກັນພະ​ຍາດ​ໂຄວິດ-19 ໃຫ້​ກະ ​ຊວງ​ສາ​ທາ​ລະ​ນະ​ສຸກ ຊຶ່ງ​ປະ​ກອບ​ມີ ໜ້າກາກ AP 100 ກັບ, ຜ້າ​ອັດ​ປາກ-ດັງ 100 ກັບ, ຖົງມື 72 ກັບ, Alcohol Gel 100ml 6 ຕຸກ, Alcohol 90 26 ຕຸກ, Face shield 100 ອັນ.

ພິ​ທີ​ມອບ​ຮັບ​ອຸ​ປະ​ກອນ​ດັ່ງ​ກ່າວ​ໄດ້​ຈັດ​ຂຶ້ນ​ເມື່ອ​ມໍ່ໆ​ມາ​ນີ້ ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ກ່າວມອບໂດຍ ທ່ານ ທະນູສອນ ພົນອາມາດ ປະທານສະມາຄົມ ການຄ້າ ໄອຊີທີລາວ ແລະ ກ່າວຮັບໂດຍ ທ່ານ ດຣ ສົມພອນ ຜາງມະນີໄຊ ຫົວໜ້າກົມການເງິນ ກະຊວງສາທາລະ ນະສຸກ.

ຂໍ້​ມູນ-ພາບ: ສູນ​ຂ່າວ​ສານ​ການ​ແພດ​

Related Articles

Leave a Reply