ການຄ້າມະນຸດຢູ່ປະເທດລາວຍັງແກ້ໄຂບໍ່ຕົກ

ການຄ້າມະນຸດຢູ່ປະເທດລາວຍັງແກ້ໄຂບໍ່ຕົກ

ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານ ໃນວຽກງານຕ້ານການຄ້າມະນຸດຍ້ອນກຸ່ມອາຊະຍາກຳໄດ້ມີການເຄື່ອນໄຫວທີ່ເລິກແລບ ແລະ ສັບຊ້ອນຫຼາຍຂຶ້ນ ສາເຫດຫຼັກແມ່ນການໄປອອກແຮງ ງານຢູ່ຕ່າງປະເທດ ແບບບໍ່ຖືກຕ້ອງ, ຄວາມບໍ່ເຂົ້າ ໃຈລະ ບຽບກົດໝາຍ ແລະ ປັດໄຈຊຸກຍູ້ຈາກເຕັກໂນໂລຊີ-ສື່ສັງ ຄົມອອນລາຍ.

ພັອ ກິແກ້ວ ຈັນທະລັງສີ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກະຊວງປ້ອງກັນຄວາມສະ ຫງົບ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ໃນວັນທີ 20 ຕຸລາ 2026 ນີ້ວ່າ: ສະພາບການຄ້າມະ ນຸດທີ່ເກີດຂຶ້ນຫຼາຍໃນປີ 2025 ເປັນຕົ້ນ ການແຕ່ງດອງ ທີ່ມີລັກສະນະແອບແຝງ ໂດຍສວຍໃຊ້ສື່ສັງຄົມອອນລາຍສະເໜີຄ່າດອງສູງ, ມີການບັງຄັບ, ມີການຕົວະຍົວະ, ປອມ ແປງເອກະສານ ແລະ ອື່ນໆ. ໃນປີ 2025 ພົບເຫັນແມ່ຍິງລາວຖືກຫຼອກລວງໄປແຕ່ງ ດອງຢູ່ຕ່າງປະເທດ ຈຳນວນຫຼາຍ; ການຮັບຈ້າງຖືພາແທນ (ອຸ້ມບຸນ) ກາຍເປັນອາຊະຍາກໍາຮູບແບບ ໃໝ່ ໂດຍມີການເປີດໂຮງໝໍ ຫຼື ຄລີນິກບັງໜ້າ ແຕ່ເບື້ອງຫຼັງແມ່ນການປະສົມພັນທຽມ ເພື່ອນຳສົ່ງເດັກອອກຕ່າງປະເທດ. ພ້ອມນີ້, ຍັງມີການຂູດຮີດແຮງງານ ແລະ ການຄ້າປະເວນີ ຊຶ່ງມັກເກີດຂຶ້ນຢູ່ຕາມສະຖານທີ່ຕ່າງໆ ໂດຍມີການກັກຂັງໜ່ວງໜ່ຽວ ຈຳກັດອິດສະຫຼະພາບ ຂອງຜູ້ອອກແຮງງານ. ເນື່ອງຈາກແຮງງານສ່ວນຫຼາຍຖືກຊັກຈູງຜ່ານສື່ອອນລາຍ ເມື່ອເຮັດວຽກບໍ່ໄດ້ຕາມເປົ້າ ໝາຍກຳນົດ ກໍຈະຖືກບັງຄັບ, ຈຳກັດອິດສະຫຼະພາບ ແລະ ບັງຄັບໃຫ້ເຮັດວຽກລ່ວງເວລາ.

ທີ່ມາ: ຂປລ

Related Articles