ໂຄງການກໍ່ສ້າງທາງລົດໄຟ ຈີນ ເລກທີ 15 ຈຳກັດມີແຜນປິດທາງຊົ່ວຄາວ ບໍລິເວນ ອຸໂມງລອດທາງລົດໄຟ ໃນໄວໆນີ້ເພື່ອປັບປຸງ ອຸໂມງລອດທາງລົດໄຟ.
ເສັ້ນທາງທີ່ຈະປິດເລີ່ມຈາກບ້ານຖິ່ນ ຫາ ບ້ານນາແລ ເມືອງໄຊ ແຂວງອຸດົມໄຊ ເປັນໄລຍະເວລາ 75 ວັນ ຕາມແຜນການທີ່ກຳນົດ ແລະ ການແຈ້ງການຂອງແຂວງ. ໃນໄລຍະປິດທາງ ຜູ້ໃຊ້ລົດໃຊ້ຖະໜົນ ຈະຕ້ອງໃຊ້ເສັ້ນທາງອ້ອມຜ່ານບໍລິເວນ ສະຖານີລົດໄຟ ເມືອງໄຊ.
ຂ່າວ: ຄຳພັນ ແກ້ວມະນີ

