4 ປະເທດລວມມີ ລາວ, ຈີນ, ມຽນມາ ແລະ ໄທ ສຳເລັດ ກອງປະຊຸມພົບປະແລກປ່ຽນສະພາບການຮ່ວມມື ໃນການລາດຕະເວນທາງນໍ້າ ຕາມແມ່ນໍ້າຂອງ ຄັ້ງທີ 170 ທີ່ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ ທີ່ແຂວງບໍ່ແກ້ວ, ໂດຍມີທ່ານ ພັນເອກ ອຳພັນ ໄຊຍາສຸບັດ ຫົວໜ້າການເມືອງ ກອງບັນ ຊາການທະຫານແຂວງບໍ່ແກ້ວ, ຜູ້ຕາງໜ້າຈາກປະເທດ ຈີນ, ມຽນມາ ແລະ ໄທ ພ້ອມດ້ວຍ ສອງກຳລັງ ທະຫານ-ຕຳຫຼວດ ແຂວງບໍ່ແກ້ວ-ຫຼວງນ້ຳທາ ເຂົ້າຮ່ວມ.
ກອງປະຊຸມ, ໄດ້ທົບທວນຄືນສະພາບການຮ່ວມມືໃນ ການປົກປັກຮັກສາຊາຍແດນ ໃນໄລຍະຜ່ານມາ ເປັນຕົ້ນ ການຮ່ວມມືກັນໃນການປະຕິບັດກົດໝາຍ ຮ່ວມລາດຕະ ເວນຮ່ວມທາງນໍ້າ ຕາມລຳແມ່ຂອງຕອນເໜືອ ໃນການແກ້ ໄຂບັນຫາສະພາບຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດຕາມຊາຍແດນ. ນອກນັ້ນ, ກອງປະຊຸມ ຍັງໄດ້ທົບທວນຄືນ ແລະ ຍົກໃຫ້ເຫັນວຽກງານການປະສານສົມທົບລະຫວ່າງ 4 ປະເທດ (ຈີນ-ລາວ-ມຽນມາ- ໄທ) ທີ່ໄດ້ມີການພົວພັນປະສານສົມທົບກັນ ຢ່າງແໜ້ນແຟ້ນໃນການປະຕິບັດກົດໝາຍລາດຕະເວນຮ່ວມກັນເພື່ອ ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມລຳແມ່ນໍ້າຂອງ 4 ປະເທດ, ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ບົນພື້ນຖານຈິດໃຈສາມັກຄີ,ມິດຕະພາບ ແລະ ການຮ່ວມມື.

