ນັບແຕ່ 1 ພະຈິກ 2026 ເປັນຕົ້ນໄປ ຫຼື ເດືອນໜ້າຖ້າໃຜມີອາວຸດປືນໄວ້ຄອບຄອງ ຈະຖືວ່າເປັນປືນເຖື່ອນທຸກກໍລະນີ ເຈົ້າໜ້າທີ່ ສາມາດຈັບກຸມໄດ້ທັນທີ.
ກະຊວງປ້ອງກັນຄວາມສະຫງົບ ໄດ້ອອກ ແຈ້ງການ ສະບັບເລກທີ 311/ປກສ (ລົງວັນທີ 16 ກໍລະກົດ 2026) ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ ຄື: ບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ, ພະນັກງານ, ລັດຖະກອນ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ດຳລົງຊີວິດຢູ່ ສປປ ລາວ ມີໄວ້ຄອບຄອງອາວຸດ ແລະ ວັດຖຸລະເບີດ ທີ່ບໍ່ຖືກຕ້ອງຕາມກົດໝາຍ.
ຜູ້ທີ່ມີໄວ້ຄອບຄອງໂດຍບໍ່ຖືກຕ້ອງ ແມ່ນໃຫ້ມອບ ແລະ ສົ່ງຄືນໃຫ້ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ ແລະ ນະຄອນ ທີ່ຕົນອາໄສຢູ່.
ກຳນົດເວລາ ຕ້ອງມອບສົ່ງຄືນ ນັບແຕ່ວັນທີອອກແຈ້ງການ ເປັນຕົ້ນໄປ ແລະ ບໍ່ໃຫ້ກາຍວັນທີ 31 ຕຸລາ 2026 ນີ້ ແລະ ນັບແຕ່ 1 ພະຈິກ 2026 ເປັນຕົ້ນໄປ ຖ້າໃຜມີອາວຸດປືນຢູ່ໃນຄອບຄອງ ຈະຖືວ່າ ເປັນປືນເຖື່ອນທຸກກໍລະນີ ເຈົ້າໜ້າທີ່ ສາມາດຈັບກຸມໄດ້ທັນທີ.

