ປກສ ແຂວງວຽງຈັນ ກັກຕົວກຸ່ມໄວໜຸ່ມ 17 ຄົນ

ປກສ ແຂວງວຽງຈັນ ກັກຕົວກຸ່ມໄວໜຸ່ມ 17 ຄົນ

ເຈົ້າໜ້າທີ່ຕໍາຫຼວດ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ໄດ້ລົງສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງເຟືອງ ໄດ້ເຂົ້າກວດຄົ້ນຮ້ານອາຫານ ແລະ ຫ້ອງຄາຣາໂອເກະ ແຫ່ງໜື່ງ ຢູ່ບ້ານຜາສັງ ເມືອງເຟືອງ ເຊິ່ງເປັນສະຖານທີ່ເຄື່ອນໄຫວ ຄ້າ-ຂາຍ ແລະ ມົ້ວສຸມເສບສິ່ງເສບຕິດປະເພດ ປຸມເປົ້າບັນຈຸສານໄນຕັດອ໋ອກໄຊສ໌.

ປກສ ແຂວງວຽງຈັນ ລາຍງານໃນວັນທີ 12 ຕຸລາ 2026 ວ່າ: ຜ່ານການກວດຄົ້ນ ພົບບັ້ງອົກຊີບັນຈຸສານໄນຕັດອ໋ອກໄຊສ໌ ຈໍານວນ 1 ບັ້ງ ແລະ ປຸມເປົ້າອັດແກັດໄນຕັດອ໋ອກໄຊສ໌ຈໍານວນ 4 ໜ່ວຍ ທີ່ເສບໝົດແລ້ວ ພ້ອມທັງໄດ້ກັກຕົວພາກສ່ວນທີ່ເຂົ້າມາມົ້ວສຸມໃນສະຖານທີ່ ດັ່ງກ່າວທັງໝົດ 17 ຄົນ,ຍິງ 4 ຄົນ ມາສືບສວນ-ສອບສວນ ສ່ວນຜູ້ຄອບຄອງຂອງກາງເຈົ້າໜ້າທີ່ໄດ້ສືບຕໍ່ດໍາເນີນຄະດີຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

ຂ່າວ: ພ້ອມພົງ

ພາບ: ປກສ ແຂວງ ວຽງຈັນ

Related Articles