ປກສ ສະຫວັນນະເຂດ ສົ່ງຕົວຜູ້ຖືກຫາສະແກມເມີ້ຈີນ 14 ຄົນ ໃຫ້ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ.

ປກສ ສະຫວັນນະເຂດ ສົ່ງຕົວຜູ້ຖືກຫາສະແກມເມີ້ຈີນ 14 ຄົນ ໃຫ້ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ.

ພະແນກປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ໄດ້ສົ່ງຕົວຜູ້ຖືກຫາ  ອາຊະຍາກຳດ້ານອິນເຕີເນັດ (ສະແກມເມີ້) ສັນຊາດຈີນ 14 ຄົນ ມອບໃຫ້ຫ້ອງການ ກະຊວງປ້ອງກັນຄວາມສະຫງົບ ເພື່ອສືບຕໍ່ດໍາເນີນຄະດີ. 

ເຈົ້າໜ້າທີ່ຍັງຢຶດເຄື່ອງຂອງກາງກະທຳຜິດຄື: ຄອມພົວເຕີ້ຕັ້ງໂຕະ 38 ໜວ່ຍ ແລະ ໂທລະສັບ 41 ໜວ່ຍ, ມອບໃຫ້ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ດຳເນີນຄະດີຕາມລະບຽບກົດໝາຍ ແຫ່ງ ປກສ ລາວ, ອີງຕາມຂໍ້ມູນຈາກກອງບັນຊາການ ປກສ ແຂວງ ສະຫວັນນະເຂດ.

ຜູ້ຖືກຫາສັນຊາດຈີນ ໄດ້ຖືກມອບຕົວ ໃນວັນທີ 29  ຕຸລາ 2026 ພາຍຫຼັງຖືກກັກຕົວໃນວັນທີ 28 ກັນຍາ 2026, ໂດຍເຈົ້າໜ້າທີ່ພະແນກຕຳຫຼວດປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ປກສ ແຂວງ ສົມທົບກັບ  ເຈົ້າໜ້າທີ່ ປກສ ນະຄອນໄກສອນພົມວິຫານ, ອົງການໄອຍະການປະຊາຊົນ ແຂວງ, ອຳນາດການປົກຄອງບ້ານ ແລະ ພາກສວນທີ່ກ່ຽວຂ້ອງ, ເຂົ້າກວດຄົ້ນ ຢູ່ ສະຖານທີ່ເຮືອນໃຫ້ເຊົ້າ ເຊິງຕັ້ງຢູ່ ບ້ານ ໂພນສະຫວ່າງໃຕ້ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ.

ຂ່າວ: ພ້ອມພົງ

ພາບ: ປກສ ສະຫວັນນະເຂດ

Related Articles