ຈະໄດ້ຮັບເງິນ 5-20 ລ້ານກີບຖ້າປະຊາຊົນພົບການຈັບຈອງພື້ນທີ່ປ່າ ຖາງປ່າ ແລະ ກໍ່ໃຫ້ເກີດໄຟໄໝ້ລາມປ່າແລ້ວແຈ້ງຕໍ່ເຈົ້າໜ້າທີ່

ຈະໄດ້ຮັບເງິນ 5-20 ລ້ານກີບຖ້າປະຊາຊົນພົບການຈັບຈອງພື້ນທີ່ປ່າ ຖາງປ່າ ແລະ ກໍ່ໃຫ້ເກີດໄຟໄໝ້ລາມປ່າແລ້ວແຈ້ງຕໍ່ເຈົ້າໜ້າທີ່

ອີງຕາມແຈ້ງການຂອງຄະນະກຳມະການປົກຄອງ ເມືອງທ່າໂທມ ແຂວງໄຊສົມບູນທີ່ໄດ້ອອກແຈ້ງການເມື່ອມໍ່ໆມານີ້ກ່ຽວກັບ ການໃຫ້ຂໍ້ມູນບຸກລຸກປ່າ ຈູດປ່າ ແລະ ຈັບຈອງປ່າໄມ້ວ່າ:

1. ການບຸກລຸກຈັບຈອງພື້ນທີ່ປ່າໄມ້, ການຖາງປ່າທໍາລາຍປ່າໄມ້ ແລະ ກໍ່ໃຫ້ເກີດໄຟໄໝ້ລາມປ່າ ຖ້າຫາກ ບຸກຄົນ, ນິຕິບຸກຄົນໃດພົບເຫັນ ແລະ ມີຂໍ້ມູນຫຼັກຖານລະອຽດຕໍ່ຜູ້ລະເມີດ ແມ່ນໃຫ້ລາຍງານຫາ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.

2. ໃນກໍລະນີການໃຫ້ຂໍ້ມູນທີ່ມີຄວາມຈິງ ແລະ ເປັນຫຼັກຖານນໍາໄປ ດໍາເນີນຄະດີຕໍ່ຜູ້ລະເມີດ, ຜູ້ລາຍງານ ແມ່ນຈະໄດ້ຮັບບຳເນັດເປັນເງິນ 5,000,000–20,000,000 ກີບ ບຸກຄົນ, ນິຕິບຸກຄົນທີ່ໃຫ້ຂໍ້ມູນ ທາງການຈັດຕັ້ງພັກ-ລັດແມ່ນຈະຮັກສາເປັນຄວາມລັບ.

3. ມອບໃຫ້ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເປັນເຈົ້າການໃນການຕິດຕາມ ແລະ ກວດກາໃຫ້ເຂັ້ມງວດ, ຖ້າພົບເຫັນມີການລະເມີດລະບຽບກົດໝາຍແມ່ນໃຫ້ສຶກສາອົບຮົມ, ປັບໃໝຕາມລະບຽບການ.

4. ມອບໃຫ້ປະທານຄະນະກຳມະການປົກຄອງຕາແສງເປັນເຈົ້າການ ປະສານສົມທົບກັບ ອົງການປົກຄອງ ບ້ານໃນການຄຸ້ມຄອງ ຕິດຕາມ ແລະ ກວດກາໃຫ້ເຂັ້ມງວດ, ພ້ອມທັງນໍາເອົາເນື້ອໃນແຈ້ງການສະບັບນີ້ ເຜີຍແຜ່ ໃຫ້ປະຊາຊົນພາຍໃນບ້ານໃຫ້ເຂົ້າໃຈ ແລະ ເຊື່ອມຊຶມຢ່າງເລິກເຊິ່ງ.


ພາບປະກອບ

Related Articles

Leave a Reply