Vientiane Times Lao
ເທດສະການດົນຕີທີ່ຍິ່ງໃຫຍ່ ຈະກັບມາຈັດຢູ່ນະຄອນຫຼວງວຽງຈັນ

ເທດສະການດົນຕີທີ່ຍິ່ງໃຫຍ່ ຈະກັບມາຈັດຢູ່ນະຄອນຫຼວງວຽງຈັນ

ງານເທດສະການດົນຕີ ປີນີ້ໄດ້ຍ້າຍມາຈັດ ຢູ່ເຂດເສດຖະກິດສະເພາະບຶງທາດຫຼວງ ເຊິ່ງຈະມີຂຶ້ນໃນວັນເສົາທີ 22 ກຸມພາ ນີ້, ຫຼັງຈາກສອງປີທີ່ຜ່ານມາໄດ້ຈັດຂຶ້ນຢູ່ ເມືອງສັງທອງ.

ງານດັ່ງກ່າວຈະໄດ້ເລີ່ມແຕ່ເວລາ 17 ໂມງ ເປັນຕົ້ນໄປ ໂດຍຈະມີ 2 ເວທີໃຫຍ່ ເພື່ອ ໃຫ້ສິລະປິນລາວ ແລະ ສິລະປິນຈາກປະ ເທດເພື່ອນບ້ານໄດ້ຮ່ວມສະແດງ ແລະ ມອບຄວາມສຸກ, ຄວາມບັນເທີງໃຫ້ແກ່ ຜູ້ເຂົ້າຮ່ວມ.

ນອກຈາກຄອນເສີດຂອງສິລະປິນ ແລະ ດີເຈ ແລ້ວ ຜຸ້ຊົມຍັງຈະໄດ້ມ່ວນຊື່ນກັບກິດ ຈະກຳຖ່າຍຮູບ, ຊື້ເຄື່ອງແຟຊັນ, ຂອງທີ່ ລະລຶກ, ອາຫານ ແລະ ເຄື່ອງດື່ມຕາມຮ້ານ ຕ່າງໆໃນງານ.

ຂ່າວ-ພາບ: ສີສຸພັນ

Related Articles

Leave a Reply