ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະຫາລືກັບ ສະຫາຍ ເຈິ່ນ ແທັງ ເໝີ້ນ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ທີ່ ນະຄອນຫຼວງຮ່າໂນ້ຍ ໃນໂອກາດເດີນທາງຢ້ຽມຢາມຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມເວທີ ອະນາຄົດອາຊຽນ ຄັ້ງທີ 3 ໃນລະຫວ່າງວັນທີ 7-9 ມິຖຸນາ 2026.
ໃນການພົບປະດັ່ງກ່າວ, ຜູ້ນໍາທັງສອງໄດ້ທົບທວນຄືນສາຍພົວພັນທະວິພາຄີ ແລະ ຢືນຢັນໃນການສ້າງ ຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີການຮ່ວມມືໃຫ້ເລິກເຊິ່ງຍິ່ງຂຶ້ນ ໃນທຸກຂົງເຂດ ທັງດ້ານການເມືອງ, ນິຕິບັນຍັດ ແລະ ເສດຖະກິດ. ໜຶ່ງໃນບັນຫາສໍາຄັນທີ່ສອງຝ່າຍໄດ້ໃຫ້ຄວາມສໍາຄັນ ຄືການກຽມງານສະເຫຼີມ ສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2027 ຊຶ່ງຈະຄົບຮອບ 65 ປີ ຂອງສາຍພົວພັນການທູດ ແລະ 50 ປີ ຂອງສົນທິສັນຍາມິດຕະພາບ ແລະ ການຮ່ວມມື ໃນປີດຽວກັນ.
ສະຫາຍ ສອນໄຊ ສີພັນດອນ ຍັງໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈຕໍ່ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອລາວຕະຫຼອດມາ ນັບແຕ່ສະໄໝຕໍ່ສູ້ກູ້ຊາດ ຈົນຮອດການສ້າງສາພັດທະນາປະເທດໃນປັດຈຸບັນ.
ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ຍັງໄດ້ໄປຢ້ຽມຢາມ ກຸ່ມບໍລິສັດ Viettel ແລະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະມາຄົມມິດຕະພາບ ຫວຽດນາມ-ລາວ ພ້ອມດ້ວຍຄະນະນັກທຸລະກິດ ຫວຽດນາມ ເພື່ອສົ່ງເສີມຄວາມຮ່ວມມືດ້ານການລົງທຶນ ແລະ ເສດຖະກິດລະຫວ່າງສອງຊາດ.

