ວັນທີ 5 ມິຖຸນາ ຜ່ານມານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວ ໄດ້ພົບປະເຈລະຈາກັນຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ ທີ່ນະຄອນຫຼວງປັກກິ່ງຂອງຈີນ, ເທື່ອນີ້ແມ່ນທ່ານ ທອງລຸນ ສີສຸລິດ ໄດ້ເດີນທາງຢ້ຽມຢາມຈີນອີກຄັ້ງໃນຮອບເກືອບ 9 ເດືອນ ນັບແຕ່ການເດີນທາງຢ້ຽມຢາມຈີນໃນເດືອນກັນຍາປີ 2025 ເປັນຕົ້ນມາ.
ໃນການພົບປະເຈລະຈາ, ທ່ານ ສີຈິ້ນຜິງ ໄດ້ສຸມໃສ່ທ່າແຮງຂອງເສັ້ນທາງລົດໄຟລາວ-ຈີນ ທີ່ເປັນ “ເສັ້ນທາງຄຳ” ໂດຍສະເໜີຢ່າງຈະແຈ້ງວ່າ “ຄວນຊຸກຍູ້ການພັດທະນາລຽບຕາມເສັ້ນທາງລົດໄຟ ແລະ ປະຕິບັດວຽກງານການກວດກາ ‘ປະຕູດຽວ ຄັ້ງດຽວ’, ຝຊຸກຍູ້ການຍົກລະດັບຄຸນນະພາບການຮ່ວມມືຕາມແລວເສດຖະກິດ ຈີນ-ລາວໃຫ້ນັບມື້ສູງຂຶ້ນ.”
ທິດເໜືອເສັ້ນທາງລົດໄຟລາວ-ຈີນ ເລີ່ມແຕ່ນະຄອນຄຸນມິງ ແຂວງຢູນນານ ສປ ຈີນ ໄປຈົນເຖິງນະຄອນຫຼວງວຽງຈັນ ສປປ ລາວ, ມີຄວາມຍາວທັງໝົດ 1.035 ກິໂລແມັດ, ມີສົມຍານາມວ່າ “ເສັ້ນທາງຄຳ”.
ປີ 2015, ທ່ານ ສີຈິ້ນຜິງ ໄດ້ຮ່ວມກັບຜູ້ນຳປະເທດລາວ ເຊັນຂໍ້ຕົກລົງອັນສຳຄັນໃນການຮ່ວມກັນສ້າງເສັ້ນທາງລົດໄຟລາວ-ຈີນ.
ວັນທີ 3 ທັນວາ 2021, ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຮ່ວມກັນເປັນສັກຂີພິຍານໃຫ້ແກ່ພິທີເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນຢ່າງເປັນທາງການ. ຈາກນັ້ນມາ, ຈາກນະຄອນຄຸນມິງຫານະຄອນຫຼວງວຽງຈັນ ພູຜາຈະບໍ່ເປັນອຸປະສັກອີກ, ຫົນທາງຈະບໍ່ຍາວໄກອີກ.
ໃນໄລຍະຢ້ຽມຢາມຈີນ ຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ສຳພາດຕໍ່ວິທະຍຸໂທລະພາບສູນກາງຈີນ CMG ວ່າ: “ລາວບໍ່ມີທະເລ ແຕ່ມີເສັ້ນທາງອອກສູ່ທະເລຜ່ານເສັ້ນທາງລົດໄຟໄດ້. ລາວບໍ່ເຄີຍມີເສັ້ນທາງລົດໄຟ, ແຕ່ວ່າມີເສັ້ນທາງລົດໄຟລາວ-ຈີນ ພັດເປັນຄວາມໄວຂ້ອນຂ້າງສູງນັ້ນ, ເຮັດໃຫ້ປະຊາຊົນລາວມີຄວາມພາກພູມໃຈຫຼາຍ.”
ເດືອນເມສາປີ 2019, ຜູ້ນຳສູງສຸດສອງພັກສອງລັດຈີນ-ລາວ ໄດ້ຮ່ວມກັນລົງນາມໃນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ລະຫວ່າງພັກຄອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວ. ເອກະສານສະບັບນີ້ໄດ້ລະບຸຢ່າງຈະແຈ້ງວ່າ: ຈະຖືເສັ້ນທາງລົດໄຟລາວ-ຈີນ ເປັນບ່ອນອີງ, ເພື່ອວາງແຜນເປັນເອກະພາບກັນຊຸກຍູ້ການຮ່ວມມືຕົວຈິງລະຫວ່າງສອງປະເທດໃນດ້ານຄົມມະນາຄົມ, ຂີດຄວາມສາມາດການຜະລິດ, ກະສິກຳ, ວັດທະນະທຳ ແລະທ່ອງທ່ຽວ, ສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຂົງເຂດອື່ນໆໄປຄຽງຄູ່ກັນ.
ນັບແຕ່ເປີດບໍລິການເປັນເວລາ 4 ປີຜ່ານມາ, ກຳລັງການຂົນສົ່ງຂອງເສັ້ນທາງລົດໄຟລາວ-ຈີນ ໄດ້ເພີ່ມຂຶ້ນທຸກປີ, ພື້ນຖານໂຄງລ່າງຂອງດ່ານທາງລົດໄຟ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ: ຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາດໄດ້ເພີ່ມຈາກ 2 ຖ້ຽວຕໍ່ມື້ໃນໄລຍະເບື້ອງຕົ້ນທີ່ຫາກໍ່ເປີດບໍລິການ ເປັນສູງສຸດ 23 ຖ້ຽວຕໍ່ມື້, ສິນຄ້າທີ່ຖືກຂົນສົ່ງຂ້າມຊາດໄດ້ເພີ່ມຂຶ້ນຈາກ 10 ກວ່າຊະນິດ ເປັນ 3.800 ກວ່າຊະນິດ, ເຄືອຂ່າຍຂົນສົ່ງສິນຄ້າຂອງເສັ້ນທາງລົດໄຟລາວ-ຈີນໄດ້ປົກຄຸມ 19 ປະເທດ ແລະ ເຂດແຄວ້ນ ເຊິ່ງ ລວມເຖິງລາວ ແລະ ໄທ ເປັນຕົ້ນ.
ຕົວເລກສະຖິຕິຕ່າງໆສາມາດພິສູດໃຫ້ເຫັນໂດຍກົງເຖິງແຮງຂັບເຄື່ອນອັນເຂັ້ມແຂງ ທີ່ເກີດຈາກການພັດທະນາແບບປະສານສົມທົບກັນລະຫວ່າງ “ເສັ້ນທາງຄຳ” ກັບ ແລວເສດຖະກິດລາວ-ຈີນ.
ໄຕມາດທີ 1 ປີ 2026, ມູນຄ່າສິນຄ້ານຳເຂົ້າ-ສົ່ງອອກຜ່ານເສັ້ນທາງລົດໄຟລາວ-ຈີນໄດ້ບັນລຸເຖິງ 6,81 ຕື້ຢວນເທົ່າກັບປະມານ 1 ຕື້ໂດລາ, ເພີ່ມຂຶ້ນ 62,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025. ໃນນີ້, ມູນຄ່າສິນຄ້າປະເພດໝາກໄມ້ແຫ້ງ ແລະ ສົດທີ່ຈີນນຳເຂົ້າຜ່ານເສັ້ນທາງລົດໄຟບັນລຸ 500 ລ້ານຢວນ ເທົ່າກັບປະມານ 74 ລ້ານໂດລາ, ເພີ່ມຂຶ້ນ 1 ເທົ່າ. ໝາກໄມ້ສົດຈາກປະເທດອາຊີຕາເວັນອອກສຽງໃຕ້ເຊັ່ນ: ລາວ, ໄທ ເປັນຕົ້ນ ໄດ້ຜ່ານຈາກຂະບວນລົດໄຟຂົນສົ່ງໝາກໄມ້ແຊ່ເຢັນ ຕາມເສັ້ນທາງລົດໄຟລາວ-ຈີນ ສາມາດເຂົ້າເຖິງໂຕະອາຫານປະຊາຊົນຈີນໂດຍກົງພາຍໃນເວລາພຽງ 3 ວັນ. ຂະນະດຽວກັນ, ຈີນໄດ້ສົ່ງອອກຜະລິດຕະພັນໄຟຟ້າພະລັງງານແສງຕາເວັນ, ແບັດເຕີຣີລີທຽມ, ລົດພະລັງງານໃໝ່ລວມມູນຄ່າ 1,3 ຕື້ຢວນ ເທົ່າກັບປະມານ 192ລ້ານໂດລາ, ເພີ່ມຂຶ້ນ 10,4 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ຂະບວນລົດໄຟໂດຍສານສາກົນເສັ້ນທາງລົດໄຟລາວ-ຈີນ ໄດ້ເຊື່ອມຕໍ່ແຫຼ່ງທ່ອງທ່ຽວຕ່າງໆທີ່ມີຊື່ສຽງຂອງນະຄອນຄຸນມິງ, ສິບສອງພັ່ນນາ ແຂວງຢູນນານຈີນ ແລະ ເມືອງມໍລະດົກໂລກຫຼວງພະບາງ, ນະຄອນຫຼວງວຽງຈັນຂອງລາວ ເຊິ່ງລວມເຖິງສະຖານທີ່ທ່ອງທ່ຽວລຽບຕາມເສັ້ນທາງລົດໄຟຫຼາຍກວ່າ 560 ແຫ່ງ, ກາຍເປັນແລວທ່ອງທ່ຽວຂ້າມຊາດທີ່ສຳຄັນ. ຕົວເມືອງຕ່າງໆຂອງລາວເຊັ່ນ: ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ອື່ນໆໄດ້ອາໄສທ່າແຮງຂອງເສັ້ນທາງລົດໄຟກ້າວກະໂດດຂຶ້ນເປັນໃຈກາງການທ່ອງທ່ຽວໃນພາກພື້ນ.
ນັບແຕ່ເສັ້ນທາງລົດໄຟລາວ-ຈີນເປີດນຳໃຊ້ຢ່າງເປັນທາງການເປັນຕົ້ນມາ, ນັບມາຮອດວັນທີ 27 ພຶດສະພາ 2026, ໄດ້ເປີດບໍລິການແລ່ນລົດໂດຍສານຫຼາຍກວ່າ 100.000 ຂະບວນ, ໄດ້ຂົນສົ່ງຜູ້ໂດຍສານລວມທັງໝົດ 73,38 ລ້ານເທື່ອຄົນ, ຜູ້ໂດຍສານສາກົນຈາກ 120 ກວ່າປະເທດ ແລະ ເຂດແຄວ້ນ ຈຳນວນ 840.000 ເທື່ອຄົນ ໄດ້ເດີນທາງໄປ-ມາລະຫວ່າງສອງປະເທດດ້ວຍຂະບວນລົດໄຟຂ້າມຊາດ ເຊິ່ງໄດ້ຊຸກຍູ້ໃຫ້ການບໍລິໂພກຂອງຂະແໜງການຕ່າງໆທີ່ຢູ່ລຽບຕາມເສັ້ນທາງລົດໄຟເຊັ່ນ: ສະຖານທີ່ທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ເປັນຕົ້ນ ໄດ້ເຕີບໂຕຫຼາຍກວ່າ 35%, ໄດ້ກະຕຸ້ນພະລັງແຮງໃໝ່ໃນການຂັບເຄື່ອນການພັດທະນາເສດຖະກິດໃນພາກພື້ນ.
ປັດຈຸບັນ, ສອງປະເທດຈີນ-ລາວ ໄດ້ຮ່ວມກັນຊຸກຍູ້ການປະຕິຮູບລະບົບຜ່ານດ່ານແບບກວດກາ “ປະຕູດຽວ ຄັ້ງດຽວ”, ຍິ່ງໄດ້ອີງໃສ່ຂໍກຸນແຈສຳຄັນເພື່ອຍົກສູງຄຸນນະພາບຊ່ອງທາງ, ສ້າງຄວາມເຂັ້ມແຂງໃຫ້ແກ່ການຍົກລະດັບແລວເສດຖະກິດຄື: ພາຍຫຼັງຈັດຕັ້ງປະຕິບັດການປະຕິຮູບໃຫ້ເປັນຮູບປະທຳແລ້ວ, ຜູ້ໂດຍສານຂ້າມຊາຍແດນພຽງແຕ່ຂຶ້ນ-ລົງລົດໄຟເທື່ອດຽວຢູ່ສະຖານີດຽວເທົ່ານັ້ນ ກໍຈະສາມາດເຮັດສຳເລັດຂັ້ນຕອນກວດກາ 4 ຊັ້ນ ຈາກອົງການກວດກາຊາຍແດນ, ດ່ານພາສີຂອງສອງປະເທດຈີນ-ລາວ, ເຊິ່ງໄດ້ປະຢັດເວລາ ແລະ ຕັດຂັ້ນຕອນໃນການຜ່ານດ່ານ, ຫຼຸດຕົ້ນທຶນການຄ້າ ແລະ ການເດີນທາງຂ້າມຊາດ, ເສີມຂະຫຍາຍກຳລັງບົ່ມຊ້ອນດ້ານການຂົນສົ່ງຂອງທາງລົດໄຟຕື່ມອີກ.
ທຸກມື້ນີ້, ເສັ້ນທາງລົດໄຟລາວ-ຈີນ ມີບົດບາດຫຼາຍຢ່າງ ບໍ່ສະເພາະແຕ່ເປັນພື້ນຖານໂຄງລ່າງເທົ່ານັ້ນ, ຫາກໄດ້ກາຍເປັນເສັ້ນທາງແຫ່ງມິດຕະພາບ, ເສັ້ນທາງສ້າງຄວາມຮັ່ງມີໃຫ້ປະຊາຊົນ ແລະ ເສັ້ນທາງແຫ່ງການພັດທະນາຢ່າງຈະເລີນຮຸ່ງເຮືອງ ສຳລັບການລົງເລິກການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ສະໜັບສະໜູນແລວເສດຖະກິດລາວ-ຈີນ ຂະຫຍາຍຕົວກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ.
ຂ່າວ: CMG FM93

