ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ (LAO-WEN) ໄດ້ລົງເຄື່ອນໄຫວກວດກາຢູ່ສະຖານທີ່ ລັກລອບຄ້າຂາຍ ຊິ້ນສ່ວນ ແລະ ຜະລິດຕະພັນທີ່ຄ້າຍຄືສັດປ່າ ປະເພດຫວງຫ້າມ ເມື່ອມໍ່ໆມານີ້ ຢູ່ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໂດຍໄດ້ພົບເຫັນ ການລັກລອບຄ້າຂາຍ ຊິ້ນສ່ວນ ແລະ ຜະລິດຕະພັນທີ່ຄ້າຍຄືສັດປ່າ ປະເພດຫວງຫ້າມແລ້ວເກັບມາເປັນຂອງກາງມາດຳເນີນການສືບສວນ-ສອບສວນ ຕາມຂັ້ນຕອນຂອງກົດໝາຍ.
ຂອງກາງທີ່ກວດພົບ ແລະ ໄດ້ກັກຢຶດເບື້ອງຕົ້ນປະກອບມີ: ສິ່ງຂອງຄ້າຍຄືງາຊ້າງ ຈຳນວນ 968 ອັນ ມີນໍ້າໜັກ 21.57 ກິໂລ, ສິ່ງຂອງຄ້າຍຄືບີສັດ ຈໍານວນ 112 ອັນ ມີນໍ້າໜັກ 14.88 ກິໂລ, ສິ່ງຂອງຄ້າຍຄືເກັດລິ່ນ ຈຳນວນ 9 ກັບ ມີນໍ້າໜັກ 10.63 ກິໂລ, ສິ່ງຂອງຄ້າຍຄືນໍແຮດ ຈໍານວນ 559 ອັນ ມີນໍ້າໜັກ 10.07 ກິໂລ, ສິ່ງຂອງຄ້າຍຄືຜົງໜັງຊ້າງ ຈໍານວນ 79 ກ່ອງ, ນໍ້າໜັກ 2.99 ກິໂລ, ສິ່ງຂອງຄ້າຍຄືບີໝີ ຈໍານວນ 8 ກ່ອງ, ນໍ້າໜັກ 0.47 ກິໂລ, ສິ່ງຂອງຄ້າຍຄືຫົວນົກກົກ ຈໍານວນ 2 ອັນ, ນໍ້າໜັກ 0.12 ກິໂລ, ຢາສະໝຸນໄພ ສົງໄສມີສ່ວນປະສົມຂອງສັດປ່າ ຈໍານວນ 700 ຫຼອດ, ເຄື່ອງຈັກແປຮູບ ຊິ້ນສ່ວນ ແລະ ຜະລິດຕະພັນຈາກສັດປ່າ ຈຳນວນ 9 ເຄື່ອງ.
ເຈົ້າໜ້າທີ່ Lao-WEN ໄດ້ນຳຕົວຜູ້ຖືກຫາ ຊຶ່ງເປັນເພດຊາຍ ສັນຊາດຈີນ ມາດຳເນີນການສືບສວນ-ສອບສວນ ຕາມຂັ້ນຕອນຂອງກົດໝາຍ.
ຂ່າວ-ພາບ: ສໍານານ

