ໂຮງໝໍພາກສະໜາມລ້ານຊ້າງ ມີ 303 ຕຽງນອນເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19

ໂຮງໝໍພາກສະໜາມລ້ານຊ້າງ ຢູ່ບ້ານດອນກອຍ ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ຊຶ່ງເປັນໂຮງໝໍສ້າງຂຶ້ນເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19, ໄດ້ໃຊ້ເວລາໃນການກໍ່ສ້າງ 7 ວັນ ປະກອບມີ 303 ຕຽງນອນ, ແບ່ງອອກເປັນ 2 ເຂດ ຄື: ເຂດ A ມີ 168 ຕຽງໂດຍມີຜູ້ຕິດເຊື້ອເຂົ້າປິ່ນປົວແລ້ວໃນວັນທີ…

ກະຊວງ ຍທຂ ຈະສ້າງ​ຂົວນໍ້າພະນາຍ ເມືອງທຸລະຄົມເປັນຂົວເບຕົງເສີມເຫຼັກ

ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈະສ້າງຂົວນໍ້າພະນາຍ ຢູ່ ເມືອງທຸລະຄົມ ແຂວງວຽງຈັນ ເປັນຂົວເບຕົງເສີມເຫຼັກເພື່ອຮັບປະກັນບໍ່ໃຫ້ຫັກ ພາຍຫຼັງທີ່ເກີດເຫດຂົວດັ່ງກ່າວຫັກແລ້ວ 3 ຄັ້ງ ຊຶ່ງການກໍ່ສ້າງຂົວດັ່ງກ່າວນີ້ ມີມູນຄ່າຫຼາຍກວ່າ 4,7 ຕື້ກີບ ໂດຍແມ່ນທຶນສົມທົບຂອງກອງທຶນທາງຫຼວງແຫ່ງຊາດ ຈໍານວນ 3,8 ຕື້ກວ່າກີບ…

ລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 112 ຄົນ

ວັນທີ 2 ເມສາ 2021, ລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຈໍານວນ 112 ຄົນ ຈາກຜູ້ກວດກາເຊື້ອ 3.091 ຄົນໃນມື້ວັນທີ 1 ພຶດສະພາ 2021 ທີ່ຜ່ານມາ, ຈໍານວນຜູ້ຕິດເຊື້ອໃໝ່ດັ່ງກ່າວພົບຢູ່ນະຄອນຫຼວງວຽງຈັນ 34 ຄົນ, ແຂວງບໍ່ແກ້ວ 60…

ລາວ ມີບໍລິສັດຈັດຫາງານພາຍໃນ ແລະ ສົ່ງໄປຕ່າງປະເທດ ລວມທັງ​ໝົດ 34 ບໍລິສັດ

ເນື່ອງໃນໂອກາດວັນທີ 01 ພຶດສະພາ, ວັນກໍາມະກອນ ສາກົນ ທີ່ໄດ້ໝູູນວຽນມາອິກຄັ້ງໜຶ່ງ ຄົບຮອບ 135 ປີ( 1 ພຶດສະພາ 1886 – 1 ພຶດສະພາ 2021), ທ່ານ ນາງ ໃບຄຳ ຂັດທິຍະ…

ນາງພາວະດີ ເອື້ອຍຮັກຜູ້ຕິດໂຄວິດຜູ້ທີ 59 ຖືກສົ່ງຕົວກັບຄືນຈາກໄທມາດໍາເນີນການສືບສວນ-ສອບສວນຢູ່ ລາວແລ້ວ

ຕໍາຫຼວດກວດຄົນເຂົ້າ-ອອກເມືອງປະເທດໄທ (ຕມ) ໄດ້ສົ່ງຕົວນາງພາວະດີ ຫຼື ຕຸກຕິກ ວິພາກອນ ໃຫ້ຕໍາຫຼວດກວດຄົນເຂົ້າ-ອອກເມືອງ (ຕມ) ສປປ ລາວ ພາຍຫຼັງທີ່ຜູ້ກ່ຽວໄດ້ຫາຍດີຈາກ ການປິ່ນປົວພະຍາດໂຄວິດ-19 ຢູ່ ໂຮງໝໍແຂວງໜອງຄາຍ ປະເທດໄທ ແລະ ສໍາເລັດການດໍາເນີນຄະດີຈາກເຈົ້າໜ້າທີ່ ຕມ ໄທໃນຖານະທີ່ລັກລອບເຂົ້າປະເທດແບບຜິດກົດໜາຍ. ທ່ານ…

ຍທຂ ສະເໝີ 3 ນະໂຍບາຍໃຫ້ລັດວິສາຫະກິດນໍ້າປະປາໃນຂອບເຂດທົ່ວປະເທດເພື່ອຫາທາງອອກໃນ ການຫຼຸດ ຜ່ອນຜົນກະທົບຈາກໂຄວິດ-19 ຊ່ວຍປະຊາຊົນ

ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະເໜີ 3 ນະໂຍບາຍເຖິງຜູ້ອໍານວຍການລັດວິສາຫະກິດນໍ້າປະປາ ແຂວງ ແລະ ນະຄອນຫຼວງ ເມື່ອວັນທີ 29 ເມສາ 2021 ທີ່ຜ່ານມາໃຫ້ຄົ້ນຄວ້າຜ່ອນຜັນລາຄາ ແລະ ເລື່ອນເວລາຂອງການຊໍາລະຄ່ານໍ້າປະປາຂອງຜູ້ຊົມໃຊ້ປະເພດຄົວເຮືອນ ແລະ ນອກຄົວເຮືອນໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ຫຼື…

ແຂວງໄຊສົມບູນ ໄດ້ຮັບເງິນຊ່ວຍເຫຼືອ ຈຳນວນ 400 ລ້ານກ່ວາກີບ ເຂົ້າໃນວຽກງານຕ້ານການແຜ່ລະບາດພະຍາດໂຄວິດ-19

ອໍານາດການປົກຄອງ ແຂວງ ໄຊສົມບູນ ໄດ້ຮັບເງິນຊ່ວຍເຫຼືອຈຳນວນ 400 ລ້ານກ່ວາກີບ ຈາກສອງພາກສ່ວນພາຍໃນແຂວງ ຊຶ່ງປະກອບມີ ບໍລິສັດ ແຊັດວ່າຍ ມອບໃຫ້ຈຳນວນ 210 ລ້ານກີບ ແລະ ກຸ່ມບໍລິສັດ ຮ່ວມມືເສດຖະກິດ (ໂກເອກໂກ ) ທະຫານເຂດ 4…

ຄາດວ່າຍັງມີທະຫານສະຫະລັດ ອາເມຣິກາຈໍານວນ 286 ຄົນທີ່ເສຍຊີວິດໃນສະໄໝສົງຄາມຢູ່ລາວ ທີ່ຍັງຊອກບໍ່ເຫັນ

ຍົນ C-17 ຂອງກອງທັບ ສະຫະລັດ ອາເມຣິກາຂົນສົ່ງທີມງານວິຊາການອາເມຣິກາ ແລະ ເຄື່ອງຮັບໃຊ້ພາກສະໜາມ ໃນວຽກງານສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ເສຍຊີວິດໃນປາງສົງຄາມຢູລາວ ຫຼື MIA ຄັ້ງທີ 4 ຂອງປີ 2021…

ຟຟລ ຫຼຸດລາຄາໄຟຟ້າເພື່ອຊ່ວຍຫຼຸດຜ່ອນຜົນກະທົບໃຫ້ປະຊາຊົນຈາກພະຍາດໂຄວິດ-19

ກະຊວງພະລັງງານ ແລະ ບໍ່ແຮ່ ເຫັນດີຕໍ່ການສະເໜີຂອງລັດວິສາຫະກິດໄຟຟ້າລາວ (ຟຟລ) ກ່ຽວກັບການຫຼຸດລາຄາໄຟຟ້າພາກທີ່ຢູ່ອາໄສ 3% ຂອງມູນຄ່າໃບບິນ, ຫັກລາຍຮັບຂອງ ຟຟລ ຈາກການຂາຍໄຟຟ້າພາກທີ່ຢູ່ອາໄສອອກ 2% ຂອງເງິນທີ່ເກັບໄດ້ໃນແຕ່ລະເດືອນ ເພື່ອປະກອບສ່ວນຊຸກຍູ້ວັດຖຸທີ່ຈໍາເປັນໃຫ້ແກ່ວຽກງານຕ້ານໂຄວິດ-19 ແລະ ເລື່ອນໄລຍະການຊໍາລະໜີ້ໄຟຟ້າຂອງລູກຄ້າອອກໄປຕື່ມຈາກ 2 ເດືອນ ເພີ່ມເປັນ 3…

ແຂວງໄຊສົມບູນ ຕັ້ງດ່ານກວດຄົນເຂົ້າ-ອອກ ແຂວງ ທັງໝົດ 7 ດ່ານ ເພື່ອຮັບມືກັບການລະບາດພະຍາດໂຄວິດ-19

ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຕ້ານພະຍາດໂຄວິດ-19 ຂອງຄະນະສະເພາະກິດ ໃນກອງປະຊຸມປຶກສາຫາລືວຽກງານຕ້ານພະຍາດໂຄວິດ-19 ທີ່ໄດ້ຈັດຂຶ້ນເມື່ອວັນທີ 28 ເມສາ 2021 ຜ່ານມານີ້ ທີ່ສະໂມສອນເມືອງອານຸວົງ ໂດຍການເປັນປະທານຂອງທ່ານ ພົຕ…