ກຸ່ມຄົນທີ່ນຳເອົາເຊື້ອພະຍາດໂຄວິດ-19 ມາແຜ່ລະບາດຢູ່ລາວຈະຖືກດໍາເນີນຄະດີທຸກຄົນເຖິງແມ່ນວ່າຈະເປັນເຈົ້າໜ້າທີ່ຂອງລັດ

ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ບັນດາບຸກຄົນ ຫຼື ກຸ່ມຄົນທີ່ນໍາເອົາເຊື້ອພະຍາດໂຄວິດ-19 ມາແຜ່ລະບາດໃນ ສປປ ລາວ ໃນໄລຍະບຸນປີໃໝ່ລາວ ພສ 2564 ແລະ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນໃນແຕ່ລະວັນນັບແຕ່ວັນທີ 19 ເມສາ 2021 ເປັນຕົ້ນມາຈົນຮອດປັດຈຸບັນນັ້ນ ພົບວ່າກຸ່ມຄົນດັ່ງກ່າວມີອາຊີບເປັນກໍາມະກອນ, ນັກສຶກສາ,…

ລາວມີຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ-19 ແລ້ວ 1.072 ຄົນໃນທົ່ວປະເທດ

ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ໄດ້ລາຍງານສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ໃນລາວ ແລະ ທົ່ວໂລກເມື່ອວັນທີ 5 ພຶດສະພາ…

ແຂວງບໍ່ແກ້ວ ເອົາສະໂມສອນໃຫຍ່ຂອງແຂວງ ເປັນໂຮງໝໍພາກສະໜາມ ເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19

ແຂວງບໍ່ແກ້ວໄດ້ກຳນົດເອົາ ສະໂມສອນໃຫຍ່ຂອງແຂວງ ເປັນໂຮງໝໍພາກສະໜາມເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ-19 ທີ່ອາດເພີ່ມຂຶ້ນເປັນຈໍານວນຫຼາຍ ໃນກໍລະນີທີ່ຜູ້ຕິດເຊື້ອລົ້ນໂຮງໝໍ. ດຣ ຄຳພະຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ຫົວໜ້າຄະນະສະເພາະກິດຂັ້ນແຂວງ ໄດ້ກ່າວວ່າ: ແຂວງບໍ່ແກ້ວເປັນແຂວງໜຶ່ງທີ່ມີການລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ອາດຈະມີຜູ້ຕິດເຊື້ອເພີ່ມຂຶ້ນເປັນຈໍານວນຫຼາຍ, ດັ່ງນັ້ນ ການນຳແຂວງກໍ່ຄືຄະນະສະເພາະກິດ ຈິ່ງກຳນົດເອົາ ສະໂມສອນໃຫຍ່ຂອງແຂວງ ເປັນສະຖານທີ່ ຮອງຮັບຜູ້ຕິດເຊື້ອໂຄວິດ-19…

ເປັນຫຍັງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວຈຶ່ງພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າເມືອງອື່ນໆພາຍໃນແຂວງ ?

ຮອດຕອນເຊົ້າວັນທີ 5 ພຶດສະພາ 2021 ນີ້, ແຂວງບໍ່ແກ້ວເປັນແຂວງທີ່ພົບຜູ້ຕິດເຊື້ອ ພະຍາດໂຄວິດ-19 ເປັນອັນດັບ 3 ຂອງປະເທດລາວ ໂດຍມີຜູ້ຕິດເຊື້ອພະຍາດດັ່ງກ່າວ 99 ຄົນ, ອັນດັບ 1 ແມ່ນນະຄອນຫລວງວຽງຈັນ ໂດຍພົບຜູ້ຕິດເຊື້ອແລ້ວທັງໝົດ 653 ຄົນ ແລະ…

ພະຍາດໂຄວິດ-19 ເປັນພະຍາດທີ່ຮ້າຍແຮງຍັງບໍ່ມີປະເທດ ໃດໃນໂລກທີ່ສາມາດຜະລິດ ຢາປ້ອງກັນພະຍາດນີ້ໄດ້ 100% ແຕ່ສາມາດປ້ອງກັນໄດ້

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ເຖິງແມ່ນວ່າພະຍາດໂຄວິດ-19 ຈະເປັນພະຍາດທີ່ອັນຕະລາຍ ແລະ ຮ້າຍແຮງເພາະ ຮອດປັດຈຸບັນຍັງບໍ່ມີປະເທດໃດໆທີ່ສາມາດຜະລິດຢາ ຫຼື ວັກຊີນປ້ອງກັນະຍາດດັ່ງກ່າວໄດ້ເທື່ອ ແຕ່ສາມາດປ້ອງກັນໄດ້ ໂດຍພໍ່ແມ່ປະຊາຊົນລາວທຸກຊົນເຜົ່າ ໃນຂອບເຂດທົ່ວປະເທດ ໃຫ້ປະຕິບັດຄໍາສັ່ງນາຍົກລັດຖະມົນຕີ ແລະ ມາດຕະການຕ່າງໆທີ່ທາງຄະນະສະ ເພາະກິດວາງ ອອກຢ່າງເຂັ້ມງວດ…

ຄາດວ່າຈະມີການປະຕິບັດຄໍາສັ່ງນາຍົກລັດຖະມົນຕີໃນການປ້ອງກັນພະຍາດໂຄວິດ-19 ອີກ 15 ວັນ

ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນຕອນແລງ ຂອງມື້ວັນທີ 4 ພຶດສະພາ 2021ນີ້ ທີ່ສໍານັກງານນາຍົກລັດຖະມົນຕີກ່ຽວກັບ ການສະເໜີໃຫ້ລັດຖະບານສືບຕໍ່ປະຕິບັດຄໍາສັ່ງນາຍົກລັດຖະມົນຕີ ແລະ ມາດຕະການຕ່າງໆເພື່ອຕ້ານ ແລະ ປ້ອງກັນພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດອີກ…

ພາກກາງ ແລະ ພາກເໜືອ​ຈະມີຝົນຕົກພ້ອມລົມພັດແຮງ​ໃນໄລຍະ 5 ວັນຂ້າງໜ້າ

ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດ​ ໄດ້ພະຍາກອນສະພາບອາກາດໃນໄລຍະ 5 ວັນຂ້າງໜ້າວ່າ: ນັບແຕ່ວັນທີ່ 5 -9 ພຶດສະພາ 2021 ນີ້ ກໍ່ຄືນັບແຕ່ມື້ອື່ນ ອາກາດຈະຮ້ອນ ຫາຮ້ອນອົບເອົ້າຫຼາຍ ແລະ ຈະມີພາຍຸຝົນຕົກໃນລະດັບຄ່ອຍ ແລະ ຕົກປານກາງ ຫາ…

ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 60 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງ ພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວເມື່ອວັນທີ 4 ພຶດສະພາ 2021 ນີ້ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 60 ຄົນ ເມື່ອວັນທີ 4 ພຶດສະພາ 2021 ນີ້ ຈາກການເກັບຕົວຢ່າງມາກວດຫາເຊື້ອທັງໝົດ…

ແຂວງຫຼວງພະບາງ ເນັ້ນໃສ່ 3 ຍຸດທະວິທີ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19

ທ່ານ ດຣ ຄຳສອນ ພົງສະຫວັດດີ, ຫົວໜ້າພະແນກສາທາລະນະສຸກ ແຂວງຫຼວງພະບາງ ໄດ້ຕາງໜ້າໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂັ້ນແຂວງ ລາຍງານສະພາບການປ້ອງກັນການລະບາດ ປະຈໍາວັນ 3 ພຶດສະພາ 2021 ຜ່ານມານີ້  ໂດຍທ່ານ ໄດ້ເນັ້ນໃສ່ໃຫ້…

ລັດຖະບານຫວຽດນາມ ສົ່ງຊ່ຽວຊານ, ມອບເງິນ ແລະ ອຸປະກອນການແພດມາ ຊ່ວຍ ລາວ ຕ້ານພະຍາດໂຄວິດ-19

 ລັດຖະບານຫວຽດນາມໄດ້ສົ່ງຊ່ຽວຊານຈໍານວນ 35 ທ່ານ, ຊ່ວຍເງິນ ຈຳນວນ 500.000 ໂດລາພ້ອມດ້ວຍອຸປະກອນການແພດປະກອບມີນໍ້າຢາຂ້າເຊື້ອພະຍາດ 10.000 ກິໂລກຣາມ, ເຄື່ອງຊ່ວຍຫາຍໃຈ 200 ເຄື່ອງ, ຜ້າອັດປາກ-ດັງ ຈໍານວນ 2 ລ້ານອັນ ແລະ ອື່ນໆ ເພື່ອປະກອບສ່ວນຊ່ວຍສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່…