ລັດຖະບານຍັງອະນຸຍາດການລົງທຶນເປັນປົກກະຕິເຖິງແມ່ນວ່າຈະມີມາດຕະການຕ້ານການແຜ່ລະບາດພະຍາດໂຄວິດ-19

ລັດ​ຖະ​ບານຍັງ​ສືບ​ຕໍ່​ອະ​ນຸ​ຍາດການ​ລົງ​ທຶນ​ຕາມ​ປົກກະ​ຕິ, ພ້ອມ​ທັງ​ຊຸກ​ຍູ້​ໃຫ້​ໂຄງ​ການ​ລົງ​ທຶນຕ່າງໆ​ດຳ​ເນີນ​ກິດ​ຈະ​ການ​ຕໍ່​ໄປ​ໄດ້ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ແຕ່​ຕ້ອງ​ປະ​ຕິ​ບັດ​ມາດ​ຕະ​ການ​ຕ່າງໆ​ຂອງ​ພາກ​ສ່ວນກ່ຽວ​ຂ້ອງ ວາງ​ອອກ. ທ່ານ ນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ລາຍງານເມື່ອບໍ່ດົນມານີ້ກ່ຽວກັບການຈັດຕັ້ງປະຕິບັດ ການອໍານວຍຄວາມສະດວກໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ຮອບໃໝ່ນີ້ໃຫ້ຮູ້ວ່າ:…

ປກສ ແຂວງ ສະຫວັນນະເຂດ ປະຕິບັດວິໄນ ນາຍຕຳຫຼວດ 2 ນາຍອອກຈາກກໍາລັງປ້ອງກັນຄວາມສະຫງົບ ໂດຍບໍ່ໄດ້ຮັບອຸດໜູນ ແລະ ນະໂຍບາຍໃດໆ

ນາຍຕໍາຫຼວດ 2 ນາຍທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສະຫວັນະເຂດໄດ້ຖືກປະຕິບັດວິໄນອອກຈາກກໍາລັງປ້ອງກັນຄວາມສະຫງົບ ໂດຍບໍ່ໄດ້ຮັບອຸດໜູນ ແລະ ນະໂຍບາຍໃດໆຖານເມີນເສີຍ ແລະ ປ່ອຍປະລະເລີຍໃຫ້ຄົນຕ່າງປະເທດ, ຄົນບໍ່ມີສັນຊາດ ເຂົ້າມາເຄື່ອນໄຫວດຳລົງຊີວິດ, ລີ້ຊ່ອນ, ພັກເຊົາ, ລັກລອບປະກອບອາຊີບ ແລະ ຮູບການອື່ນ ໂດຍບໍ່ໄດ້ຮັບອະນຸຍາດ ໃນພື້ນທີ່ຂອງຕົນຮັບຜິດຊອບ, ຜູ້ກ່ຽວ…

ການດຳລົງຊີວິດແບບໃໝ່ແນວໃດເພື່ອສາມາດປ້ອງກັນພະຍາດໂຄວິດ-19 ໄດ້ ?

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແນະນໍາວິທີປ້ອງກັນພະຍາດດັ່ງກ່າວໂດຍການປັບປ່ຽນວີຖີການດໍາລົງຊີວິດທີ່ເປັນປົກກະຕິໃຫ້ກາຍເປັນແບບໃໝ່ຊຶ່ງປະກອບມີການປະຕິບັດມາດຕະ ການຢ່າງເຄັ່ງຄັດເປັນຕົ້ນແມ່ນ ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຮັກສາໄລະຍະຫ່າງ 2 ແມັດ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ, ຫຼີກລ່ຽງການເດີນທາງໄປຍັງສະ ຖານທີ່ ທີ່ມີຄວາມແອອັດ, ຫຼີກລ່ຽງຢູ່ໃກ້ກຸ່ມຄົນທີ່ມີຄວາມສ່ຽງ ຫຼື…

ກຸ່ມຜະລິດກະສິກຳເປັນສິນຄ້າ 3 ເມືອງເປົ້າໝາຍແຂວງບໍລິຄໍາໄຊໄດ້ຮັບ ເຄື່ອງກົນຈັກຮັບໃຊ້ການຜະລິດ

ອໍານາດການປົກຄອງ ແຂວງບໍລິຄໍາໄຊ ໄດ້ມອບເຄື່ອງກົນຈັກໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າ ທີ່ນອນຢູ່ໃນ 3 ເມືອງເປົ້າໝາຍ  ຂອງແຂວງ ຊຶ່ງປະກອບມີລົດໄຖນາຍີ່ຫໍ້ ຄູໂບຕ່າ ຈຳນວນ 8 ຄັນ, ລົດດໍານາ 1 ຄັນ ແລະ ລົດກ່ຽວເຂົ້າ 1 ຄັນ ລວມມູນຄ່າທັງໝົດ…

ປະຊາຊົນທຸກຊັ້ນຄົນທີ່ໄປສັກຢາວັກຊີນປ້ອງກັນໂຄວິດ-19 ແມ່ນບໍ່ໄດ້ເສຍຄ່າບໍລິການໃດໆ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເມືອງໂຂງ ແຂວງຈໍາປາສັກ ໃຫ້ຮູ້ວ່າ:​ ປະຊາຊົນທຸກຊັ້ນຄົນທີ່ໄປຮັບການສັກຢາວັກຊີນປ້ອງ ກັນໂຄວິດ-19 ແມ່ນບໍ່ໄດ້ເສຍຄ່າບໍລິການໃດໆ. ສະເພາະມີຜູ້ບໍ່ຫວັງດີຊື່ວ່າເພັດນ້ອຍ ໜໍ່ພູໄທ ທີ່ໄດ້ນຳຮູບພາບ ແລະ ຄລິບສຽງໂດຍມີເນື້ອໃນບິດເບືອນຄວາມຈິງທີ່ວ່າການທີ່ປະຊາຊົນເມືອງ ໂຂງ ໄປຮັບການສັກຢາວັກຊີນໄດ້ເສຍຄ່າບໍລິການທີ່ວ່າ ປະຊາຊົນທົ່ວໄປແມ່ນເສຍຄົນລະ 50.000 ກີບ…

ມີຮ້ານບັນເທີງ, ຮ້ານກິນດື່ມ ແລະ ຮ້ານເກມຈຳນວນໜຶ່ງທີ່ຍັງຝ່າຝືນ ຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ແລະ ແຈ້ງການຕ່າງໆ

ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ ) ໄດ້ຖະແຫຼງຂ່າວເມື່ອວັນທີ 9 ພຶດສະພາ 2021 ທີ່ຜ່ານມານີ້ກ່ຽວກັບການຈັດຕັ້ງຜັນຂະຫຍາຍຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ແລະ ແຈ້ງການຕ່າງໆ…

ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ປິດເມືອງບໍ່ຢູ່

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວໃຫ້ຮູ້ວ່າ: ປັດຈຸບັນນີ້ຍັງມິປະຊາຊົນຈໍານວນໜຶ່ງໄດ້ຝ່າຝືນ ລັກລອບ ເຂົ້າ – ອອກເມືອງຕົ້ນເຜິ້ງຕາມເສັ້ນທາງທີ່ຄະນະສະເພາະກິດບໍ່ອະນຸຍາດໃຫ້ຜ່ານຊຶ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ມີຜູ້ຕິດເຊື້ອພະຍາດໂຄວິດຈໍານວນຫຼາຍຢູ່ແຂວງບໍ່ແກ້ວໂດຍສະເພາະຢູ່ເມືອງຕົ້ນເຜິ້ງ ຊຶ່ງຮອດວັນທີ 8 ພຶດສະພາ 2021 ນີ້ ທົ່ວແຂວງບໍ່ແກ້ວມີຜູ້ຕິດເຊື້ອພະຍາດໂຄວິດ-19 ແລ້ວ ເຖິງ 226…

ເບ້ຍໄມ້ວິກ ຈໍານວນ 26.000 ກ່ວາຕົ້ນ ກຽມປູກຢູ່ເຂດໂຮງຮຽນວັດທະນະທຳຫຼັກ 67

ທ່ານ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ (ປກສ) ທັງເປັນຫົວໜ້າຄະນະອະນຸກຳມະການຮັບຜິດຊອບໂຄງການປູກໄມ້ວິກ ໄດ້ລົງກວດກາຄວາມພ້ອມໃນການບຸກເບີກເນື້ອທີ່ສວນ 25 ເຮັກຕາ ເພື່ອກະກຽມປູກຕົ້ນວິກ ຢູ່ໂຮງຮຽນວັດທະນະທຳຫຼັກ 67 ທີ່ບ້ານນ້ຳແຈ້ງ ເມືອງໂພນໂຮງ ແຂວງວຽງຈັນ, ເມື່ອວັນທີ 7 ພຶດສະພາ …

ບຸກຄົນໃດຫາກຮູ້ວ່າຕິດເຊື້ອພະຍາດຮ້າຍແຮງ

ໂດຍເຈດຕະນານໍາໄປເຜີຍແຜ່ສູ່ບຸກຄົນອື່ນຈະຖືກຕັດອິດສະລະພາບເຖິງ 15 ປີ ພ້ອມປັບໄໝເງິນສູງເຖິງ 70 ລ້ານກີບ. ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ:ອີງຕາມມາດຕາ 99 ປະມວນກົດໝາຍອາຍາສະບັບປີ 2017 ນັ້ນລະບຸໄວ້ວ່າ ຖ້າບຸກຄົນໃດຫາກນໍາເອົາເຊື້ອພະຍາດຮ້າຍແຮງໄປແຜ່ຂະຫຍາຍສູ່ບຸກຄົນອື່ນໂດຍເຈດຕະນາຈະຖືກຕັດສິນຕັດອິດສະລະພາບ ແຕ່  2 ປີ ຫາ…

ບໍລິສັດ ພັດທະນາເຂດເສດຖະກິດສະເພາະ ບໍ່ເຕ່ນລາວ ຈຳກັດ ຊ່ວຍເຫຼືອອຸປະກອນການແພດ ໃຫ້ແຂວງອຸດົມໄຊ

ບໍລິສັດ ພັດທະນາເຂດເສດຖະກິດສະເພາະ ບໍ່ເຕ່ນລາວ ຈຳກັດ ໄດ້ນໍາເອົາເຄື່ອງມື ອຸປະກອນການແພດ ເພື່ອປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ເປັນຕົ້ນແມ່ນ ຜ້າອັດປາກ-ດັງ, ນໍ້າຢາຂ້າເຊື້ອ ແລະ ເຄື່ອງວັດແທກອຸນຫະພູມ ມູນຄ່າ 100 ລ້ານກີບ ພ້ອມດ້ວຍ ເງິນສົດຈໍານວນ 100 ລ້ານກີບ ມອບໃຫ້ອົງການປົກຄອງ…