ຜູ້ເຂົ້າກວດຫາເຊື້ອພະຍາດໂຄວິດ-19 ຖ້າມີເຈດຕະນາປິດບັງຂໍ້ມູນສ່ວນຕົວຈະຖືກປະຕິບັດວິໄນຕາມກົດໝາຍ
ທ່ານນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ:ຈາກກໍລະນີທີ່ມີຜູ້ເຂົ້າຮັບການກວດຫາເຊື້ອພະຍາດໂຄວິດ-19 ຫຼາຍທ່ານໄດ້ມີເຈດຕະນາບິດເບືອນຂໍ້ມູນສ່ວນຕົວເຊັ່ນວ່າ: ຊື່ ແລະ ນາມສະກຸນ ປອມ, ທີ່ຢູ່ປອມ ແລະ ເບີໂທລະສັບຕິດຕໍ່ປອມນັ້ນ ພາຍຫຼັງທີ່ກວດພົບເຊື້ອດັ່ງກ່າວແຕ່ບໍ່ສາມາດຕິດຕໍ່ພວກກ່ຽວໄດ້ນັ້ນ ໂດຍທີ່ທາງຄະນະສະເພາະກິດໄດ້ປະກາດຕາມຫາເປັນຈໍານວນຫຼາຍໂດຍສະເພາະຢູ່ໃນນະຄອນຫຼວງວຽງຈັນ…

