ທີມຊາດລາວ ເດີນທາງໄປຝຶກຊ້ອມ ຢູ່ປະເທດໄທ ເພື່ອກຽມຄວາມພ້ອມເຂົ້າຮ່ວມແຂ່ງຂັນ ບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 23 ປີ
ທີມຊາດລາວ ຮຸ່ນອາຍຸ 23 ປີ ພາຍໃຕ້ການຄຸມທີມຂອງທ່ານ ຮາ ຮອກ ຈູນ HA HYEOKJUN ສັນຊາດ ສ ເກົາຫຼີ ໄດ້ເດີນທາງໄປຝຶກຊ້ອມ ຢູ່ທີ່ສູນຝຶກ WISHING TREE CAMP ຂອນແກ່ນ ປະເທດໄທ…
ກະຊວງ ປ້ອງກັນປະເທດ ຄັດເລືອກເອົາຄູອາສາສະໝັກເຂົ້າເປັນລັດຖະກອນ
ກະຊວງ ປ້ອງກັນປະເທດ ມີແຜນຈະຮັບເອົາຄູອາສາສະໝັກ ຈຳນວນ 2,000 ຄົນ ເຂົ້າເປັນພະນັກງານລັດຖະກອນປ້ອງກັນຊາດ (ທະຫານ), ເຖິງແມ່ນວ່າຈະເປັນທະຫານ, ແຕ່ຈະເຮັດໜ້າທີ່ໃນການສິດສອນ ແລະ ໄດ້ຮັບນະໂຍບາຍຕ່າງໆ ຄືກັບຄູທົ່ວໄປ. ການຄັດເລືອກເອົາຄູອາສາສະໝັກເຂົ້າເປັນລັດຖະກອນ, ແມ່ນຈະເລັ່ງໃສ່ໂຮງຮຽນເປົ້າໝາຍ ໃນເຂດຊົນນະບົດ ທີ່ຂາດແຄນຄູສອນ. ສະຫາຍ ພັນໂທ ຄຳພົດ…
ນະຄອນຫຼວງວຽງຈັນ ກຳນົດສັນຍາລັກ ແລະ ສັດນຳໂຊກ ງານກິລາແຫ່ງຊາດ ຄັ້ງທີ XII
ນະຄອນຫຼວງວຽງຈັນ ກຳນົດສັນຍາລັກ (Logo) ແມ່ນພຣະທາດຫຼວງວຽງຈັນ ແລະ ສັດນຳໂຊກ (Mascot ) ແມ່ນ ນົກຍູງ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025 ຊຶ່ງບາງປະເພດກິລາ ແມ່ນຈະເລີ່ມແຂ່ງມາແຕ່ວັນທີ…
ເທສະການຄໍາລາວຈັດຂຶ້ນເພື່ອ ສົ່ງ ເສີມອຸດສາຫະກຳຄຳລາວໃຫ້ເຕີບໃຫຍ່ຂະຫຍາຍຕົວ
ເທສະການຄຳລາວຄັ້ງທຳອິດໃນລາວຈະຈັດຂຶ້ນໃນລະຫວ່າງວັນທີ 5-7 ກັນຍາ 2025 ທີ່ຈະມາເຖິງນີ້ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ເພື່ອເປັນການສ້າງກິດຈະກໍາສຳຄັນ ເພື່ອຊຸກຍູ້ສົ່ງເສີມ ໃຫ້ຂະແໜງການ ອຸດສາຫະກຳຄຳລາວເຕີບໃຫຍ່ຂະຫຍາຍ ຕົວ, ຄາດວ່າຈະມີຈຳນວນຜູ້ເຂົ້າຮ່ວມ ທັງພາຍໃນ ແລະ ຕ່າງປະເທດປະມານ 30.000 ຄົນ. ທ່ານ ຈັນທອນ ສິດທິໄຊ…
ຈະເລີ່ມທົດລອງການລົງທະບຽນ ເດີນທາງເຂົ້າ-ອອກປະເທດລາວຜ່ານລະບົບອອນລາຍຢູ່ 4 ດ່ານສາກົນ
ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ຈະເລີ່ມທົດລອງການລົງທະບຽນ ເດີນທາງເຂົ້າ-ອອກປະເທດລາວຜ່ານລະບົບອອນລາຍໂດຍຜ່ານ ເວັບໄຊ: www.immigration.gov.la, ນັບແຕ່ວັນທີ 01 ກັນຍາ 2025ເປັນຕົ້ນໄປ ແລະ ໃນຕົ້ນປີ 2026 ແມ່ນຈະສິ້ນສຸດການທົດລອງ ໂດຍຈະເລີ່ມຕົ້ນຈັດຕັ້ງປະຕິບັດ ໃຫ້ຄົນຕ່າງປະເທດ ລົງທະບຽນ ເດີນທາງເຂົ້າ-ອອກ ຜ່ານລະບົບອອນລາຍ…
7-Eleven ສາຂາທໍາອິດໃນແຂວງຄໍາມ່ວນເປີດແລ້ວ ທີ່ ເມືອງທ່າແຂກ
ຍົກລະດັບພາກການທ່ອງທ່ຽວ ແລະ ບໍລິການໂດຍຄົນລາວເພື່ອຄົນລາວ ໃນວັນທີ 25 ສິງຫາ 2025 ທ່ານ ບຸນມີ ພິມມະສອນ, ປະທານສະພາປະຊາຊົນແຂວງຄຳມ່ວນ ໄດ້ເປັນກຽດເຂົ້າຮ່ວມເປັນປະທານໃນພິທີເປີດ ຮ້ານ 7-Eleven ສາຂາບ້ານນາໂບ ຕັ້ງຢູ່ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ຢ່າງເປັນທາງການ. ເຊິ່ງຖືວ່າເປັນຮ້ານ 7-Eleven…
ຫຼາຍວຽກງານທີ່ສໍາຄັນຖືກຍົກມາຄົ້ນຄວ້າ ແລະ ປຶກສາຫາລືທີ່ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ
ຫຼາຍວຽກງານທີ່ສໍາຄັນຖືກຍົກມາຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາທີ່ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ທີ່ໄດ້ຈັດຂຶ້ນໃນຕອນເຊົ້າ ມື້ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ;…
ມອບພາຫະນະ ແລະ ອຸປະກອນຮັບໃຊ້ ໃຫ້ອົງການກາແດງແຂວງໄຊສົມບູນ
ອົງການກາແດງແຫ່ງຊາດລາວ ມອບພາຫະນະ ປະເພດລົດຕູ້ 1 ຄັນ ມູນຄ່າ 37,500 ໂດລາ, ອຸປະກອນຮັບໃຊ້ ປະເພດຄອມພິວເຕີ 2 ເຄື່ອງ ແລະ ອຸປະກອນການແພດ ອີກຈໍານວນໜຶ່ງ ໃຫ້ແກ່ອົງການກາແດງແຂວງໄຊສົມບູນ ເພື່ອນຳໃຊ້ໃນການເຄື່ອນໄຫວວຽກງານການປຸກລະດົມຮັບບໍລິຈາກເລືອດພາຍໃນແຂວງໄຊສົມບູນ. ການມອບພາຫະນະ ແລະ ອຸປະກອນຮັບໃຊ້…

